ທ່ານ​ນາງປັກ​ກຸນ​ເຮ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ສ.ເກົາ​ຫຼີ​ຖືກ​ແກ່​ຍາວ​ເວ​ລາ​ກັກ​ຂັງ​ອີກ 6 ເດືອນ
2017-10-14 16:58:50  cri 

​ວັນ​ທີ 13 ຕຸ​ລາ​ນີ້, ສານ​ສ.ເກົາ​ຫຼີຕົກ​ລົງ​ວ່າ​ຈະ​​ແກ່​ຍາວ​ເວ​ລາທີ່​ກັ​ກ​ຂັງ​ທ່ານ​ນາງ ​ປັກ​ກຸນ​ເຮ ອະ​ດີດ​ປະ​ທານ​າ​ທິ​ບໍ​ດີສ​.ເກົາ​ຫຼີ​ໄປ​ອີກ 6 ເດືອນ.

ອີງ​ຕາມ​ສື່ມວນ​ຊົນ​ສ.ເກົາ​ຫຼີ​ລາຍ​ງານ​ວ່າ, ມື້​ດຽວ​ກັນ, ສານ​ທ້ອງ​ຖິ່ນ​ສູນ​ກາງ​ສ.ເກົາ​ຫຼີ່​ກ່າວ​ວ່າ, ​ເມື່ອພິ​ຈາ​ລະ​ນາ​ເຖິງ​ທ່ານ​ນາງ​ປັກ​ກຸນ​ເຮອາດ​ຈະກຳ​ຈັດ​ຫຼັກ​ຖານ, ສະ​ນັ້ນ​ຈຶ່ງຕົກ​ລົງ​​ແກ່​ຍາວ​ເວ​ລາ​ທີ່​ກັກ​ຂັງ​. ​ເວ​ລາກັກ​ຂັງ​ທ່ານນາງ​ປັກ​ກຸນ​ເຮ​ແຕ່​ເດີມ​ຈະ​ໝົດ​​ກຳ​ນົດໃນ​ວັນ​ທີ 16 ຕຸ​ລາ​ນີ້, ​ແຕ່ຍ້ອນ​​ເປັນ​ຫ່ວງ​ວ່​ນາງ​ຖືກ​ປ່ອຍ​ແລ້ວ​ອາດ​ຈະ​ບໍ່​​ຍອມ​ເຂົ້າ​ຮ່ວມ​​ການ​ສືບ​ສວນ​ສອບ​ສວນ​ໃນ​ສານ, ​ເຈົ້າ​ໜ້າ​ທີ່​ໄອ​ຍະ​ການ​ຈຶ່ງ​ສະ​ເໜີ​ຄຳຮຽກ​ຮ້ອງ​​ຕໍ່​ສານ, ​ໂດຍ​ຮຽກຮ້ອງ​​ໃຫ້​ແກ່​ຍາວ​ເວ​ລາ​ກັ​ກ​ຂັງ​ໄປ​ອີກ 6 ເດືອນ, ເພື່ອ​ສືບ​ສວນ​ຄະ​ດີ​ນີ້​ຢ່າງ​ເຖິງ​ຖອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ