ນັກ​ທຸ​ລະ​ກິດ​ຊາວ​ຈີນ​ຢູ່​ຕ່າງ​ປະ​ເທດ​ເຫັນ​ວ່າ ຈີນ​ຈະ​ໄດ້​ຮັບ​ໂອ​ກາດທຸ​ລະ​ກິດ​ຫຼາຍກວ່າ​ເກົ່າ​ໃນ​ອະ​ນາ​ຄົດ
2017-10-14 15:16:04  cri 

ໃນ 5 ປີ​ມາ​ນີ້, ຄຽງ​ຄູ່​ກັບ​ເສດ​ຖະ​ກິດ​ຈີນ​ພັດ​ທະ​ນາ​ຢ່າງໜັກ​ແໜ້ນ​ເທື່ອ​ລະ​ກ້າວ ແລະ ​ກຳ​ລັງ​ແຂ່ງ​ຂັນ​ຂອງຜະ​ລິດ​ຕະ​ພັນຈີນ​ຍົກ​ສູງ​ຂຶ້ນ​ຢ່າງວ່ອງ​ໄວ, ຕະ​ຫຼາດ​ຈີນ​ນັບ​ມື້​ນັບ​ດຶງ​ດູດ​ສາຍ​ຕາ​ນັກ​ທຸ​ລະ​ກິດ​ຊາວ​ຈີນ​ຢູ່​ຕ່າງ​ປະ​ເທດ, ພວກ​ເຂົາ​ເຈົ້າ​ນຳ​ໃຊ້​ທ່າ​ແຮງ​ພິ​ເສດ​ຕ່າງໆ​ຢ່າງ​ເຕັມ​ທີ່, ປ່ຽນ​ຈຸດ​ໜັກ​ພັດ​ທະ​ນາ​ທຸ​ລະ​ກິດ​ໄປ​ສູ່​ຈີນ​ຢ່າງ​ບໍ່ຢຸ​ດ​ຢັ້ງ.

ທ່ານ​ນາງວາງ​ເວີນ ຮອງ​ຫົວ​ໜ້າ​ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ຊາວ​ຈີນ​ຢູ່​ຮານ​ເບີກ​ແຫ່ງ​ເຢຍ​ລະ​ມັນ ທັງ​ເປັນ​ຫົວ​ໜ້າ​ສະ​ມາ​ຄົມ​ຊຸກ​ຍູ້ 'ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ' ເອີ​ລົບ-ຈີນ​ກ່າວ​ວ່າ, ໃນ 5 ປີ​ມາ​ນີ້, ນັກ​ທຸ​ລະ​ກິດ​ຊາວ​ຈີນ​ຢູ່​ເຢຍ​ລະ​ມັນ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ​ໄດ້ເຮັດ​ໃຫ້​ທຸ​ລະ​ກິດ​ຂອງ​​ຕົນເຊື່ອມ​ຕໍ່​ກັບ​ຈີນ​ຢ່າງ​ແໜ້ນ​ແຟ້​ນ​ແລ້ວ. ເມື່ອ​ເວົ້າ​ເຖິງກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ພັກ​ກອມ​ມູນິດຈີນ​ຄັ້ງ​ທີ 19 ທີ່​ຈະ​ໄຂ​ຂຶ້ນ​ໃນ​ໄວໆ​ນີ້, ນາງວາງ​ເວີນ​ມີ​ຄວາມ​ໝັ້ນ​ໃຈ​ຫຼາຍ​ທີ່​ສຸດ. ນາງ​ກ່າວ​ວ່າ,​ໃນ 5 ປີນັບ​ແຕ່ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ພັກ​ກອມ​ມູນິດຈີນ​ຄັ້ງ​ທີ 18 ມາ​ນີ້, ຈີນ​ໄດ້​ຮັບ​ການ​ປ່ຽນ​ແປງ​ຫຼາຍ​ສົມ​ຄວນ. ນາງ​ຫວັງ​ໃຫ້ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ພັກ​ກອມ​ມູນິດຈີນ​ຄັ້ງ​ທີ 19 ສາ​ມາດ​ຈັດ​ຂຶ້ນ​ຢ່າງ​ສະ​ດວກ,ກໍ່​ຫວັງ​ໃຫ້​ອຸດ​ສາ​ຫະ​ກຳ​​ການຜະ​ລິດ​ຂອງ​ຈີນ​ສາ​ມາດ​ພັດ​ທະ​ນາ​ຢ່າງ​​ຟົດ​ຟື້ນ, ຍົກ​​ເຕັກ​ນິກ ແລະ ສະ​ຕິ​ປັນ​ຍາ​ໃຫ້​ສູງ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ. ນັກ​ທຸ​ລະ​ກິດ​ຊາວ​ຈີນ​ຢູ່​ປະ​ເທດຕ່າງໆກ່ຽວ​ກັບ 'ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ' ຮູ້​ວ່າ, ຫຼັງ​ຈາກກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ພັກ​ກອມ​ມູນິດຈີນ​ຄັ້ງ​ທີ 19, ຈີນ​ຈະ​ມີ​ໂອ​ກາດ​ທຸ​ລະ​ກິດ​ຫຼາຍກວ່າ​ເກົ່າ, ໂອ​ກາດ​ໃຫຍ່​ແນວ​ນີ້​ກໍ່​ຍ່ອມ​ຈະ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ຈີນ ແລະ ປະ​ເທດກ່ຽວ​ກັບ 'ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ' ມີ​ຄວາມ​ໝັ້ນ​ທ່ຽງ, ການ​ຮ່ວມ​ມື ແລະ ການ​ພັ​ດ​ທະ​ນາ​ກ້າວ​ເຂົ້າ​ສູ່​ລະ​ດັບ​ໃໝ່​ທີ່​ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ.

ທ່ານ​ໂຈ່ວ​ເຮີ່ງ​ຣຸ້ຍ ນັກ​ທຸ​ລະ​ກິດ​ຊາວ​ຈີນ​ມີ​ຊື່​ສຽງ​ຂອງ​ອາ​ເມ​ລິ​ກາ​ບອກ​ໃຫ້​ນັກ​ຂ່າວ CRI ວ່າ, ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້, ບໍ​ລິ​ສັດ​ຂອງຕົນໄດ້​ຮັບ​ຜົນ​​ງານດີ​ໃນ​ດ້ານ​ເຕັກ​ໂນ​ໂລ​ຊີ, ສະ​ນັ້ນ, ເຫັນ​ຕົນ​ຈຶ່ງ​ມີ​ຄວາມ​ເຫັນ​ໄປ​ໃນ​ແງ່​ດີ​ຕໍ່ອະ​ນາ​ຄົດ​ການ​ພັດ​ທະ​ນາ​ຂອງ​ຈີນ​ຫຼາຍ, ຫຼັງ​ຈາກກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ພັກ​ກອມ​ມູນິດຈີນ​ຄັ້ງ​ທີ 19, ຈະ​ພັດ​ທະ​ນາ​ໂຄງ​ການລະ​ຫວ່າງ​ຈີນ ກັບ ອາ​ເມ​ລິ​ກາຫຼາຍກວ່າ​ເກົ່າ. ທ່ານ​ກ່າວ​ວ່າ, ​ຫຼາຍ​ປີ​ມາ​ນີ້ ທີ່​ຈິງ​ແລ້ວ, ການ​ປະ​ດິດ​ສ້າງ ແລະ ການ​ປະ​ຕິ​ຮູບ​ໃນ​ອຸດ​ສາ​ຫະ​ກຳ​ຈະ​ເລີນ​ໃໝ່ ແລະ ອຸດ​ສາ​ຫະ​ກຳ IT ຂອງ​ຈີນ​ໄດ້ພັດ​ທະ​ນາ​ໄວ​ກວ່າ​ຫຼາຍ​ປະ​ເທດ​. ທ່ານ​ເຫັນ​ວ່າ, ຫຼັງ​ຈາກກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ພັກ​ກອມ​ມູນິດຈີນ​ຄັ້ງ​ທີ 19, ຈະ​ມີ​ໂອ​ກາດ​ທຸ​ລະ​ກິດ​ຢ່າງ​ຫຼວງ​ຫຼາຍ​​ສຳ​ລັບນັກ​ທຸ​ລະ​ກິດ​ຊາວ​ຈີນ​ຢູ່​ຕ່າງ​ປະ​ເທດ​, ນີ້​ກໍ່​​ແມ່ນສຽງ​ໃນ​ໃຈ​ຂອງ​ນັກ​ທຸ​ລະ​ກິດ​ຊາວ​ຈີນ​ຢູ່​ຕ່າງ​ປະ​ເທດ​ຢ່າງ​ຫຼວງ​ຫຼາຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ