ສື່ມວນ​ຊົນ​ຫຼາຍ​ປະ​ເທດ​ຕັ້ງ​ໜ້າ​ຕີ​ລາ​ຄາ​ຜົນ​ງານ​ການ​ນຳ​ພາ​ຂອງພັກ​ກອມ​ມູ​ນິດ​ຈີນ ແລະ​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທ​ນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ທີ່​​ຈະ​ຈັດ​ຂຶ້ນ
2017-10-15 14:47:21  cri 
ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທ​ນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູນິດ​ຈີນ​ຄັ້ງ​ທີ 19 ທີ່​ໃກ້​ຈະ​ຈັດ​ຂຶ້ນ​ໄດ້​ດຶງ​ດູດ​ສາຍ​ຕາ​ທົ່ວ​ໂລກ. ໃນ​ຫວ່າງ​ມໍ່ໆ​ນີ້, ສື່ມວນ​ຊົນ​ຂອງ​ຫຼາຍ​ປະ​ເທດ ເຊັ່ນ​ສິງ​ກະ​ໂປ, ເຢຍ​ລະ​ມັນ,ແລະ​ອິນ​ເດຍ​ເປັນ​ຕົ້ນ​ໄດ້​ພ​າ​ກັນ​ປະ​ກາດ​ບົດ​ວິ​ຈານ, ​ຕັ້ງ​ໜ້າ​ຕີ​ລາ​ຄາ​ຜົນ​ງານ​ການ​ພັດ​ທະ​ນາ​ທີ່​ຈີນ​ໄດ້​ຮັບ​ໃນ​ຂົງ​ເຂດ​ຕ່າງໆ ພາຍ​ໃຕ້​ການ​ນຳ​ພາ​​ຂອງພັກ​ກອມ​ມູ​ນິດ​ຈີນ​ໃນ 5 ປີ​ທີ່​ຜ່ານ​ມາ, ໂດຍ​ເຫັນ​ວ່າ ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທ​ນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມຸ​ນິດ​ຈີນ​ຄັ້ງ​ທີ 19 ຈະ​ມີ​ຜົນ​ສະ​ທ້ອນ​ທີ່​ສຳ​ຄັນ​ຕໍ່​ຈີນ​ແລະ​ຕໍ່​ທົ່ວ​ໂລກ.

ໜັງ​ສື​ພິມ the Straits Times ຂອງ​ສິງ​ກະ​ໂປ​ພິມ​ບົດ​ຄວາມ​ຊີ້​ອອກວ່າ, ພັກ​ກອມ​ມູ​ນິດ​ຈີນ​ຈະ​ປຶກ​ສາ​ຫາ​ລື​ກັນ​ກ່ຽວ​ກັບ​ການ​ສືບ​ຕໍ່​ຊຸກ​ຍູ້​​ການ​ສ້າງ​ສາຈີນ​ເປັນ​ສັງ​ຄົມ​ອີ່ມ​ໜຳ​ສຳ​ລານ​ຢ່າງ​ຮອບ​ດ້ານ​ໃນ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19, ຈີນ​ໄດ້​ກາຍ​ເປັນ​ແບບ​ຢ່າງ​ໃນ​ດ້ານ​ການ​ບຳ​ບັດ​ຄວາມ​ທຸກ​ຍາກໃນ​ທົ່ວ​ໂລກ, ​ການນຳ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຍັງ​ກຳ​ລັງສຸມ​ໃສ່ການ​ແຂ​ຂໍ້​ຍາກ​ໃນ​ການ​ບຳ​ບັດຄວາມ​ທຸກ​ຍາກ​ຢູ່.

ຫວ່າງ​ມໍ່ໆ​ນີ້ ເວັບ​ໄຊ​ຂອງ​ໜັງ​ສື​ພິມ​ເຕ​ເວີດ​ເຢຍ​ລະ​ມັນ​ໄດ້​ປະ​ກາດບົດ​ຄວາມ​ໂດຍ​ກ່າວ​ວ່າ, ປັດ​ຈຸ​ບັນ ເສດ​ຖະ​ກິດ​ຈີນ​ຈະ​ເລີນ​ຮຸ່ງ​ເຮືອງ​ຫຼາຍ, ລາຍ​ໄດ້​ຂອງ​ປະ​ຊາ​ຊົນ​ກໍ​ເພີ່ມ​ສູງ​ຂຶ້ນ, ປະ​ຊ​າ​ຊົນ​ມີ​ຄວາມ​ພໍ​ໃຈ​ຢ່າງ​ສູງ​ຕໍ່​ພັກ​ກຳ​ອຳ​ນາດ. ການນຳ​ ຂອງ​ຈີນ​ຫວັງ​ໃຫ້​ຈີນ​ກາຍ​ເປັນ​ປະ​ເທດທີ່​ເຂັ້ມ​ແຂງ​ໃນ​ໂລກ. ໃນກອງ​ປະ​ຊຸມ​ໃຫຍ່​ຜູ້​ແທ​ນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ທີ່​ໃກ້​ຈະ​ໄຂ​ຂຶ້ນ, ພັກ​ກອມ​ມຸ​ນິດ​ຈີນ​ຈະ​ຊີ້​​ໃຫ້​ເຫັນທິດ​ທາງ​ການ​ພັດ​ທະ​ນາ​ໃນ​ອະ​ນາ​ຄົດ​ຢ່າງ​ຈະ​ແຈ້ງ.

ໜັງ​ສື​ພິມ ເຕ​ຮິນ​ດູ ພິມ​ບົດ​ຄວາມ​ໂດຍ​ຂຽນ​ວ່າ, ໃນ 5 ປີ​ຜ່ານ​ມານີ້, ຈີນ​ໄດ້​​​ດຳ​ເນີນການປະ​ຕິ​ຮູບ​ທີ່​ສຳ​ຄັນ​ຢ່າງ​ຫຼວງ​ຫຼາຍ, ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ລົງ​ເລິກ​ການປະ​ຕິ​ຮູບ​ດ້ານການປ້ອງ​ກັນ​ປະ​ເທດແລະກອງ​ທັບ, ເພີ່ມ​ທະ​ວີ​ແລະ​ປັບ​ປຸງ​ການ​ນຳ​ພາ​ຂອງ​ພັກ​ຕໍ່​ວຽກ​ງານ​ຖະ​ແຫຼງຂ່າວ ສື່ມວນ​ຊົນ​ ແລະ​ວຽກ​ງານ​ອື່ນໆ ລ້ວນ​ແຕ່​ໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ໃຫຍ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ