(ກອງປະຊຸມຄົບຄະນະຄັ້ງທີ 7 ຂອງຄະນະກຳມະການສູນກາງພັກກອມມູນິດຈີນຊຸດທີ 18 ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງແຕ່ວັນທີ 11-14 ຕຸລານີ້ ເຊິ່ງກົມການເມືອງສູນກາງພັກກອມມູນິດຈີນເປັນປະທານໄຂກອງປະຊຸມ, ສະຫາຍສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນກ່າວປາຖະກະຖາທີ່ສຳຄັນ.)
ກອງປະຊຸມຄົບຄະນະຄັ້ງທີ 7 ຂອງຄະນະກຳມະການສູນກາງພັກກອມມູນິດຈີນຊຸດທີ 18 ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງແຕ່ວັນທີ 11-14 ຕຸລານີ້ ເຊິ່ງກົມການເມືອງສູນກາງພັກກອມມູນິດຈີນເປັນປະທານໄຂກອງປະຊຸມ, ສະຫາຍສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນກ່າວປາຖະກະຖາທີ່ສຳຄັນ.
ກອງປະຊຸມຕົກລົງວ່າໃຫ້ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 19 ຢູ່ນະຄອນຫຼວງປັກກິ່ງໃນວັນທີ 18 ຕຸລານີ້.
ທົ່ວກອງປະຊຸມໄດ້ຮັບຟັງ ແລະພິຈາລະນາບົດລາຍງານວຽກງານທີ່ຜ່ານໂດຍສະຫາຍສີຈິ້ນຜິງ ທີ່ຮັບການມອບໝາຍຈາກກົມການເມືອງສູນກາງພັກ. ກອງປະຊຸມຍັງໄດ້ພິຈາລະນາຮັບຮອງບົດລາຍງານຂອງຄະນະກຳມະການສູນກາງຊຸດທີ 18 ຂອງພັກທີ່ຈະກ່າວຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 19, ພິຈາລະນາແລະຜ່ານຮັບຮອງບົດລາຍງານວຽກງານຂອງຄະນະກຳມະການກວດກາວິໄນສູນກາງພັກກອມມູນິດຈີນຊຸດທີ 18 ທີ່ຈະກ່າວໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 19, ພິຈາລະນາ ແລະຜ່ານຮັບຮອງ 《ກົດລະບຽບຂອງພັກກອມມູນິດຈີນ (ສະບັບດັດແກ້)》, ໂດຍຕົກລົງວ່າຈະນຳສະເໜີເອກະສານ 3 ສະບັບດັ່ງກ່າວໄປໃຫ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 19 ພິຈາລະນາແລະຜ່ານຮັບຮອງ.
ອີງຕາມຂໍ້ກຳນົດຂອງກົດລະບຽບພັກ, ກອງປະຊຸມດັ່ງກ່າວຕົກລົງເພີ່ມສະມາຊິກສຳຮອງຂອງຄະນະກຳມະການສູນກາງພັກ 11 ສະຫາຍເປັນກຳມະການຄະນະກຳມະການສູນກາງ ເຊິ່ງລາຍຊື່ມີດັ່ງນີ້: ສະຫາຍຊຸ່ຍໂປ, ສະຫາຍຊູສ້ຽງຊິນ, ສະຫາຍມາຊຸ້ນຊິ່ງ, ສະຫາຍວາງຈ້ຽນຈຸ່ນ, ສະຫາຍຫຼິສຽງ, ສະຫາຍເສີນອູ, ສະຫາຍເສີນມິງມິງ, ສະຫາຍຈ້າວລີ້ຊົງ, ສະຫາຍຈ້າວຊູ້ສົງ, ສະຫາຍຕ້ວນຊຸນຮວາ, ສະຫາຍໂລຊັນກັງຊຸນ.
ກອງປະຊຸມຄົບຄະນະຄັ້ງນີ້ຍັງໄດ້ພິຈາລະນາ ແລະຜ່ານຮັບຮອງບບົດລາຍງານສຳຫຼວດກວດກາບັນຫາລະເມີດລະບຽບການແລະວິໄນຢ່າງໜັກໜ່ວງຂອງທ້າວຊຸນເຈິ້ງສາຍ, ທ້າວຫວງຊິ່ງໂກ, ທ້າວລີລີໂກ, ທ້າຍຊຸນຫວຍຊານ, ນາງອູໄອ້ຢິ່ງ, ທ້າຍຊູຊູ້ຫຼິນ, ທ້າຍຢາງຮ້ວນນິງ, ທ້າວວາງຊານຢຸ້ນ, ທ້າວຊ້ຽງຈຸ້ນໂປ, ທ້າຍລີຢຸນເຟິງ, ທ້າວຢາງຊົງຢົງ, ທ້າວຈ່າງຊີອູ ແລະທ້າວໂມຈ້ຽນເສິງ ທີ່ສະເໜີໂດຍຄະນະກຳມະການກວດກາວິໄນສູນກາງພັກກອມມູນິດຈີນ, ແລະບົດລາຍງານສຳຫຼວດກາດກາບັນຫາລະເມີດລະບຽບການແລະວິໄນຢ່າງໜັກໜ່ວງຂອງທ້າວວາງຈ້ຽນຜິງ ແລະທ້າຍທຽນຊິວຊື່ ທີ່ນຳສະເໜີໂດຍຄະນະກຳມະການການທະຫານສູນກາງພັກກອມມູນິດຈີນ.