ໃນ 5 ປີ​ທີ່​ຜ່ານ​ມາ ຢູ່​ຈີນ ສະ​ເລ່ຍ​ແລ້ວ 3 ວິ​ນາ​ທີ​ໃດ​ກໍ່​ມີ​ຄົນ​ໜຶ່ງ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ
2017-10-15 11:16:20  cri 
ນັບ​ແຕ່​ໄຂ​ກອງ​ປະ​ຊຸ​ມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 18 ເປັນ​ຕົ້ນ​ມາ, ການ​ບຳ​ບັດ​ຄວາມ​ທຸກ​ຍາກ​ກໍ່​ແມ່ນ​ວຽກ​ງານ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ການ​ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຈີນ, ໃນ 5 ປີ​ທີ່​ຜ່ານ​ມາ, ການ​ບຳ​ບັດ​ຄວາມ​ທຸກ​ຍາກ​ກາຍ​ເປັນ​ການ​ສູ້​ຮົບ​ທີ່​ນັບ​ເວ​ລາ​ເປັນ​ວິ​ນາ​ທີ, ອັນ​ໄດ້​ຊອກ​ຮູ້​ສະ​ພາບ​ການ​ຄວາມ​ທຸກ​ຍາກ​ຂອງ​ທົ່ວ​ປະ​ເທດ​ຢ່າງ​ຈະ​ແຈ້ງ​ເປັນ​ຄັ້ງ​ທຳ​ອິດ, ເຮັດ​ໃຫ້​ນະ​ໂຍ​ບາຍ​ບຳ​ບັດ​ຄວາມ​ທຸກ​ຍາກ​ມີ​ຄວາມ​ລະ​ອຽດ​ແມ່ນ​ຢຳ​ຂຶ້ນ ແລະ​ໄດ້​ປົ​ກ​ຫຸ້ມ​ໄປ​ສູ່​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ​ທັງ​ໝົດ, ເຂດ​ພາກ​ຕາ​ເວັນ​ອອກ​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ເຂດ​ພາກ​ຕາ​ເວັນ​ຕົກ, ເຮັດ​ໃຫ້​ການ​ບຳ​ບັດ​ຄວາມ​ທຸກ​ຍາກໃນ​ທົ່ວ​ປະ​ເທດ​ຈີນ​ເປັນ​ເອ​ກະ​ພາບ​ກັນ.

ໃນ​ເວ​ລາ 5 ປີ​ທີ່​ຜ່ານ​ມາ, ສະ​ເລ່ຍ​ແລ້ວ ຢູ່​ຈີນ​ ແຕ່​ລະ 3 ວິ​ນາ​ທີ​ໃດ ກໍ່​ມີ​ຄົນ​ໜຶ່ງກ້າວ​ກ່າຍເສັ້ນ​ທຸກ​ຍາກ ເຊິ່ງ​ຢູ່​ໃນ​ເວ​ລາ​ 1400 ກວ່າ​ວັນ ລວມ​ມີ 55 ລ້ານ 6 ແສນ 4 ໝື່ນ​ຄົນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ ທໍ່​ກັບ​ຍອດ​ຈຳ​ນວນ​ປະ​ຊາ​ກອນ​ຂອງ​ປະ​ເທດ​ຜ້ານ​ກ້າງ​ປະ​ເທດ​ໜຶ່ງ. ນີ້​ຖື​ເປັນ​ການ​ເຄື່​ອນ​ໄຫວ​ຄັ້ງ​ໜຶ່ງ​ທີ່​ມີ​ເປົ້າ​ໝາຍ​ຢ່າງ​ຈະ​ແຈ້ງ ແລະ​ມີ​ການ​ປະ​ຕິ​ບັດ​ຢ່າງ​ລະ​ອຽດ. ໃນ 5 ປີ​ມານີ້ ປະ​ຊາ​ຊົນ​ຜູ້​ທຸກ​ຍາກ​ຈຳ​ນວນ 80 ກວ່າ​ລ້ານ​ຄົນ ລ້ວນ​ແຕ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ໂດຍ​ມີ​ແຜນ​ລະ​ອຽດ. ໃນ​ນັ້ນ, ວິ​ທີ​ທຸ​ລະ​ກິດ​ທີ່​ທັນ​ສະ​ໄຫ​ໝ​ທີ່​ສຸດ​ກໍ່​ໄດ້​ຮັບ​ການ​ເຜີຍ​ແຜ່​ໄປ​ນຳ​ໃຊ້​ຢູ່​ເຂດ​ທີ່​ຕ້ອງ​ການ​ການ​ພັດ​ທະ​ນາ​ທີ່​ສຸດ. ປີ​ກາຍນີ້ ເມືອງ​ທຸກ​ຍາກ​ທັງ​ໝົດ​ຂອງ​ທົ່ວ​ປະ​ເທດ​ຈີນ​ໄດ້ບັນ​ລຸຍອດ​ມູນ​ຄ່າ​ຈຳ​ໜ່າຍ​ທາງ​ອອນ​ໄລ​​ຫຼາຍກວ່າ 29 ຕື້ຢວນ, ເພີ່ມ​ຂຶ້ນ​ຫຼາຍກວ່າ 5 ປີ​ກ່ອນ​ເກືອບ 4 ເທົ່າ.

ໃນ 5 ປີ​ມານີ້, ການ​ເງິນ​ສູນ​ກາງ ແລະ​ຂັ້ນ​ແຂວງ​ກໍ່​ໄດ້​ຈັດ​ໃຫ້​ມີ​ງົບ​ປະ​ມານ​ບຳ​ບັດ​ຄວາມ​ທຸກ​ຍາກ​ເປັນ​ສຳ​ເພາະ ແລະ​ເພີ່ມ​ຈຳ​ນວນ​ງົບ​ໃຫ້​ຫຼາຍ​ຂຶ້ນ​ທຸກ​ປີ, ປີ​ກາຍ​ນີ້​ແມ່ນ​ໄດ້​ຫຼາຍກວ່າ 100 ຕື້ຢວນ. ອົງ​ການ​ສູນ​ກາງ ແລະ​ລັດ​ຖະ​ບານ​ຂັ້ນ​ຕ່າງໆ 320 ອົງ​ການ ແລະ​ວິ​ສາ​ຫະ​ກິດ​ເອ​ກະ​ຊົນ 21992 ແຫ່ງ​ໄດ້​ສ້າງ​ເປັນ​ຄູ່​ຊ່ວຍ​ເຫຼືອ​ກັບ​ບ້ານ​ທຸກ​ຍາກ​ທຸກ​ບ້ານ ເພື່ອ​ໃຫ້​ການ​ຊ່ວຍ​ເຫຼືອ​ແບບ​ໜຶ່ງ​ຕໍ່​ໜຶ່ງ.

​​ຮອດ​ປີ 2020 ເມືອງ​ທຸກ​ຍາກ 830 ເມືອງ​ໃນ​ທົ່ວ​ປະ​ເທດ​ຈີນ​​ທີ່ມີປະ​ຊາ​ຊົນ​ຜູ້​ທຸກ​ຍາກ​ຈຳ​ນວນ 43 ລ້ານ 3 ແສນ 5 ໝື່ນ​ຄົນ​ໃນປັດ​ຈຸ​ບັນຈະ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ ເຊິ່ງ​ຈະ​ຫຼາຍກວ່າ​ຍອດ​ຈຳ​ນວນ​ປະ​ຊາ​ຊົນ​ທີ່​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ຂອງບັນ​ດາ​ປະ​ເທດໃນ​ໂລກນີ້​ໃນຮອບ 30 ປີ​ທີ່​ຜ່ານ​ມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ