ປະ​ທາ​ນາ​ທິ​ບໍ​ດີ​ນີ​ເຊ​ຣີ​ອວຍ​ພອນ​ໃຫ້​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຈົ່ງ​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ
2017-10-16 11:38:31  cri 
ວັນ​ທີ 14 ຕຸ​ລາ​ນີ້, ທ່ານ​ໂມ​ຮາ​ເມັດ ບູ​ຮາ​ຣີ ປະ​ທາ​ນາ​ທິ​ບໍ​ດີ​ນີ​ເຊ​ຣີ ໄດ້​ມອບ​ໝາຍ​ໃຫ້​ທີ່​ປຶກ​ສາ​ພິ​ເສດ​ດ້ານ​ສື່ມວນ​ຊົນ​ແລະ​ໂຄ​ສະ​ນາ​ຂອງ​ຕົນ​ເຜີຍ​ແຜ່​ຈົດ​ໝາຍອວຍ​ພອນ​ເຖິງ​ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ,ປະ​ທານ​ປະ​ເທດ​ຈີນ​ໃນ​ສື່​ສັງ​ຄົມ​ອ໋ອນ​ລາຍ​ໂດຍອວຍ​ພອນ​ໃຫ້​ກອງ​ປະ​ຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19​ຈົ່ງ​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ.

ໃນ​ເນື້ອ​ໃນຈົດ​ໝາຍອວຍ​ພອນລະ​ບຸ​ວ່າ, ທ່ານບູ​ຮາ​ຣີ​ມີ​ຄວາມ​ເຊື່ອ​ໝັ້ນ​​ຕໍ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ​​ເຊິ່ງຈະ​ເປັນ​ຈຸດ​ເລີ່ມ​ຕົ້ນ​ໃໝ່​ໃນ​ປະ​ຫວັດ​ສາດ​ຈີນ ​ແລະ​ເປັນ​ການ​ໄຂ​ຍຸກ​ສະ​ໄໝ​ທີ່​ຍິ່ງ​ໃຫຍ່​ໃຫ້​ແກ່​ພັກ​ແລະ​ປະ​ເທດ​​ຈີນ. ຈີນ​ໄດ້​ຮັບ​ຜົນ​ສຳ​ເລັດ​ທີ່​ປະ​ຈັກ​ຕາ​​ຕໍ່ຊາວ​ໂລກ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ ແລະ​ເປັນ​ແບບ​ຢ່າງ​ໃຫ້​ແກ່​ປະ​ເທດ​ພວມ​ພັດ​ທະ​ນາ​ກໍ​ຄື​ທົ່ວ​ໂລກ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ​ຕະຫຼອດ​ໄລ​ຍະ 30 ກວ່າ​ປີ​ຜ່ານ​ມາ, ປະ​ຊາ​ຊົນ​ຈີນ 700 ລ້ານກວ່າ​ຄົນ​ໄດ້ຫຼຸດ​ພົ້ນ​ອອກ​ຈາກ​ຄວາ​ມ​ທຸກ​ຍາກ ຖື​ວ່າ​ເປັນ​ສິ່ງ​ມະ​ຫັດ​ສະ​ຈັນ​ໃນ​ປະ​ຫວັດ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ.

​ນອກ​ນີ້, ທ່ານ​ບູ​ຮາ​ຣີ​ຍັງ​ໄດ້​ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ຜົນ​ງານ​ການ​ຮ່ວມ​ມື​ແບ​ບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ນີ​ເຊ​ຣີ​ກັບ​ຈີນແລະ​ຢືນ​ຢັນ​ວ່າ ພວກ​ຂ້າ​ພະ​ເຈົ້າ​ຄອງ​ຄອຍ​ທິດ​ທາງ​ນະ​ໂຍ​ບາຍ​ການ​ພັດ​ທະ​ນາ​ແລະ​ການ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ໃນ​ 5 ປີ​ຕໍ່​ໜ້າ​ກໍ​ຄື​ໃນ​ອະ​ນາ​ຄົດ​ຕໍ່ໆ​ໄປ ພ້ອມ​ດ້ວຍ​ການ​ຄັດ​ເລືອກ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ຊຸດ​ໃໝ່. ຂໍ​ອວຍ​ພອນ​ໃຫ້​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ຈົ່ງ​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ