ຫໍ​ພິ​ພິດ​ທະ​ພັນ​ແຫ່ງ​ຊາດ​ຈີນ​ຮັບ​ສະ​ສົມ​ຫຸ່ນ​ຈຳ​ລອງ​ຫໍ​ໄຫວ້​ຟ້າ
2017-10-16 17:35:04  cri 

ວັນ​ທີ 15 ຕຸ​ລາ​ນີ້, ຫຸ່ນ​ຈຳ​ລອງ​ຫໍ​ສີ​ນຽນ ຫໍ​ໄຫວ້​ຟ້າ​ທຽນ​ຖານ ທີ່​ເຮັດ​ດ້ວຍ​ໄມ້​ສັກ​ເຄືອບ​ຄຳ ເຊິ່ງ​ຫໍ​ພິ​ພິດ​ທະ​ພັນ​ໄມ້​ຈັນ​ແດງ​ຈີນ​ເປັນ​ຜູ້​ປະ​ດິດ​ສ້າງ​ແລະ​ມອບ​ໃຫ້​ນັ້ນ​ໄດ້​ນຳ​ມາ​ວາງ​ສະ​ແດງ​ແລະ​ຮັກ​ສາ​ໄວ້ໃນ​ຫໍ​ພິ​ພິດ​ທະ​ພັນ​ແຫ່ງ​ຊາດ​ຈີນ​ຢ່າງ​ເປັນ​ທາງ​ການ​ແລ້ວ. ຫຸ່ນ​ຈຳ​ລອງ​ດັ່ງ​ກ່າວ​ເຮັດ​ດ້ວຍ​ໄມ້​ສັກ​ມຽນ​ມາ ເຊິ່ງ​ນັກ​ວິ​ຊາ​ການເຕັກ​ນິກ​ຂັ້ນ​ສູງຫຼາຍ​ສິບ​ຄົນ​ປະ​ດິດ​ດ້ວຍ​ມື​​ແລະ​ຕິດ​ຄຳ​ປິວ​ໃສ່ເປັນ​ເວ​ລາ 3 ປີ​ປາຍ ເຊິ່ງ​ຫຸ່ນ​ຈຳ​ລອງ​ດັ່ງ​ກ່າວ​ໄດ້​ຮຽນແບບ​ຈາກ​ຫໍ​ໄຫວ້​ຟ້າ​ແທ້​ໃນ​ມາດ​ຕາ​ສ່ວນ 1:10 ​ໂດຍ​ແກະ​ສະຫຼັກ​ເປັນ​ໂຄງ​ສ້າງ​ສະ​ຖາ​ປັດ​ຕະ​ຍະ​ກຳ​ດັ້ງ​ເດີມ​ຂອງ​ຈີນ ເຊິ່ງ​ມີ​ເສັ້ນ​ຜ່າ​ສູນ​ກາງ 9 ແມັດ, ສູງ 3,8ແມັດ.

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ