ນັກ​ວິ​ຊາ​ການ​ຝ​ຣັ່ງ​ຄອງ​ຄອຍສັງ​ຄົມ​ຈີ​ນ​ຈະໄດ້​ຮັບ​ຄວາມ​ກ້າວ​ໜ້າ​ທີ່​ໃຫຍ່​ຫຼວງກວ່າ​ເກົ່າ​ຫຼັງ​ສຳ​ເລັດກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ​
2017-10-16 10:56:15  cri 
ຕາມ​ຂ່າວCRI: ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ​ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 18 ຕຸ​ລາ​ນີ້.

ທ່ານ ປີ​ແອ​ຣ ປິກຄວດ ນັກ​ວິ​ຊາ​ການ​ຝ​ຣັ່ງ​ກ່າວ​ໃນ​ຂະ​ນະ​ທີ່​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ CRI ໃນ​ຫວ່າງ​ມໍ່ໆ​ນີ້​ວ່າ: ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 18 ເປັນ​ຕົ້ນ​ມາ, ພາຍ​ໃຕ້​ການ​ນຳ​ພາ​ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ມີ​ທ່ານສີ​ຈິ້ນ​ຜິງ​ເປັນ​ແກນ​ນຳ, ຈີນ​ໄດ້​ສຸມ​ທຸກ​ກຳ​ລັງ​ພັດ​ທະ​ນາ​ປະ​ເທດ​ຕົນແລະກ້າ​ວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ, ເຊິ່ງໄດ້​ຮັບ​ຜົນ​ສຳ​ເລັດ​ທີ່​ປະ​ຈັກ​ສາຍ​ຕາ​ຕໍ່ຊາວ​ໂລ​ກ​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ: ຂົງ​ເຂດ​ເສດ​ຖະ​ກິດ,ການ​ເມືອງ​ແລະ​ວັດ​ທະ​ນະ​ທຳ​ເປັນ​ຕົ້ນ. ກອງ​ປະ​ຊຸມ​ຄັ້ງ​ນີ້​ຈະ​ກຳ​ນົດ​ນະ​ໂຍ​ບາຍ​ພາຍ​ໃນ​ແລະ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ, ປະ​ຊາ​ຄົມ​ໂລກ​ມີ​ຄວາມ​ຍິນ​ດີ​ນຳ​ເປັນ​ຢ່າງ​ດີ. ທ່ານ​ກ່າວ​ວ່າ: ທ່ານ​ຄອງ​ຄອຍສັງ​ຄົມ​ຈີນ​ຈະໄດ້​ຮັບ​ຄວາມ​ກ້າວ​ໜ້າ​ທີ່​ໃຫຍ່​ຫຼວງກວ່າ​ເກົ່າ​ຫຼັງ​ສຳ​ເລັດກອງ​ປະ​ຊຸມ​.

ທ່ານ ດ​ຣ. ​ປີ​ແອ​ຣ ປິກຄວດ ກ່າວ​ວ່າ: ທ່ານ​ຄອງ​ຄອຍ​ຈີນ​ສືບ​ຕໍ່​ຮັກ​ສາ​ການ​ປະ​ຕິ​ຮູບ​ດ້ານ​ເສດ​ຖະ​ກິດ​ແລະ​ສັງ​ຄົມ,ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ,ສືບ​ຕໍ່​ສຸມ​ໃສ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ແລະ​ສີ​ຂຽວ, ສື​ບ​ຕໍ່​ເພີ່ມ​ທະ​ວີການ​ໄຂ​ປະ​ຕູ​ສູ່​ພາຍນອກໃນຂອບ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ". ແລະການ​ພົວ​ພັນ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ກັບ​ບັນ​ດາ​ປະ​ເທດໃນ​ໂລກ​ຈະ​ໄດ້​ຮັບ​ການ​ພັດ​ທະ​ນາ​ຕື່ມ​ອີກ​ໃນ​ອານາຄົດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ