ນັກ​ວິ​ຊາ​ການ​ຣັດ​ເຊຍ​ຍ້ອງ​ຍໍ​ຕໍ່​ຜົນ​ສຳ​ເລັດ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ຈີນ
2017-10-16 17:13:01  cri 
ໂອ​ກາດ​ທີ່ຈະ​ໄຂກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 , ນັກ​ວິ​ຊາ​ການ​ຂອງ​ຣັດ​ເຊຍ​ຫຼາຍ​ທ່ານ​ໄດ້​ຍ້ອງ​ຍໍ​ຕໍ່​ຜົນ​ສຳ​ເລັດ​ແຫ່ງ​ການ​ພັດ​ທະ​ນາ​ສັງ​ຄົມ​ແລະ​ເສດ​ຖະ​ກິດ​ຂອງ​ຈີນ​ໃນ​ຂະ​ນະ​ທີ່​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ CRI ແລະ​ໄດ້​ແບກ​ຫາບ​ຄວາມ​ຮັບ​ຜິດ​ຊອບ​ທີ່​ເປັນ​ປະ​ເທດ​ໃຫຍ່​ໃນ​ເວ​ທີ​ການ​ຕ່າງ​ປະ​ເທດ.

ທ່ານ​ເຊີ​ເກ ລູ​ເຈຍ​ນິງ ຫົວ​ໜ້າ​ສະ​ຖາ​ບັນຕາ​ເວັນ​ອອກ​ໄກ​ຂອ​ງ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ຣັດ​ເຊຍ​ກ່າວ​ວ່າ: ໃນ 5 ປີ​ຜ່ານ​ມາ, ຜົນ​ສຳ​ເລັດ​ແຫ່ງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຈີນ​ບໍ່​ພຽງ​ແຕ່​ໄດ້​ສະ​ແດງ​ໃຫ້​ເຫັນ​ໃນ​ດ້ານ​ການ​ເຕີບ​ໂຕຂອງ​ຕົວ​ເລກ​ດັດ​ຊະ​ນີ​ມະ​ຫາ​ພາກ​ລາຍ​ການ​ຕ່າງໆ​ໃນ​​ຫຼາຍຂົງ​ເຂດເທົ່າ​ນັ້ນ​ເຊັ່ນ: ອຸດ​ສາ​ຫະ​ກຳ,ການ​ຄ້າ​ແລະ​ການ​ລົງ​ທຶນ​ເປັນ​ຕົ້ນ,ແຕ່​ຍັງ​ເປັນ​ປະ​ໂຫຍດ​ຕໍ່​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຈີນ​ໂດຍ​ທົ່ວ​ໄປ​ອີກ​ດ້ວຍ ໂດຍລາຍ​ຮັບ​ສະ​ເລ່ຍ​ຂອງ​ປະ​ຊາ​ຊົນ​ແລະ​ລະ​ດັບ​ສະ​ຫວັດ​​ດີການສັງ​ຄົມ​ລ້ວນ​ແຕ່​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຢ່າງ​ຈະ​ແຈ້ງ.

ທ່ານ ຢຸ​ຣີ ຕາ​ຟ​ໂຣ​ຟ​ສະກີ ນັກ​ຄົ້ນ​ຄວ້າ​ປະ​ຫວັດ​ສາດ​ແລະ​ວັດ​ທະ​ນະ​ທຳຈີນ​ຂອງ​ຣັດ​ເຊຍ​ຊີ້​ໃຫ້​ເຫັນ​ວ່າ: ຕົວ​ເລກ​ສະ​ຖິ​ຕິ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ 5 ປີ​ຜ່ານ​ມາ, ເສດ​ຖະ​ກິດ​ຈີນ​ໄດ້​ຮັກ​ສາ​ຈັງ​ຫວະ​ການ​ເຕີບ​ໂຕ​ໃນ​ລະ​ດັບ​ກາງ​ແລະ​ສູງ. ດ້ານໜຶ່ງ​ເສດ​ຖະ​ກິດ​ໄດ້​ເຕີບ​ໂຕ​ຂຶ້ນ,ອີກ​ດ້ານ​ໜຶ່ງ​ "ກະ​ເປົາ​ເງິນ ​"​ຂອງ​ປະ​ຊາ​ຊົນ​ກໍເຕັມ​ຂຶ້ນ​ຄູ່​ກັນ ເຊິ່ງ​ເຮັດ​ໃຫ້​ປະ​ຊາ​ຊົນ​ໄດ້​ເຫັນ​ຜົນ​ປະ​ໂຫຍດ​ທີ່​ແທ້​ຈິງ. ທ່ານ​ ຢຸ​ຣີ ຕາ​ຟ​ໂຣ​ຟ​ສ໌​ກີ ກ່າວ​ຕື່ມວ່າ: ຕົນ​ກໍ​ຮູ້​ສຶກ​ອິດ​ສາ​ຫຼາຍ.

ນັກ​ວິ​ຊາ​ການ​ຂອງ​ຣັດ​ເຊຍ​ອີກ​ທ່ານ​ໜຶ່ງ​ໄດ້ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: ໃນ 5 ປີ​ຜ່ານ​ມາ, ການ​ພົວ​ພັນ​ຄູ່​ຮ່ວມ​ມື​ປະ​ສານ​ງານ​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຈີນ-ຣັດ​ເຊຍ​ໄດ້​ພັດ​ທະ​ນາ​ເຂົ້າ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ. ຣັດ​ເຊຍ​ແມ່ນ​ຜູ້​ສະ​ໜັບ​ສະ​ໜູນ,ຜູ້​ເຂົ້າ​ຮ່ວມ​ແລະ​ຜູ້​ທີ່​ໄດ້​ຮັບ​ຜົ​ນ​ປະ​ໂຫຍດ​ຈາກ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ",ແລະເຊື່ອ​ໝັ້ນ​ວ່າ​ໃນ​ອະ​ນາ​ຄົດ ການ​ຮ່ວມມື​ແລະ​ການ​ເຊື່ອມ​ຕໍ່"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ກັບ​ສະ​ຫະ​ພັນ​ເສດ​ຖະ​ກິດ​ອາ​ຊີ​ເອີ​ຣົບ​ຍ່ອມ​ຈະ​ໄດ້​ຮັບໝາກ​ຜົນ​ທີ່​ອຸ​ດົມ​ສົມ​ບູນ​ຫຼາຍ​ຂຶ້ນກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ