ຄະ​ນະ​ຜູ້​ແທນທີ່​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ເດີນ​ທາງ​ມາ​ຮອດ​ປັກ​ກິ່ງ​ແລ້ວ
2017-10-16 17:02:31  cri 

ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 18 ຕຸ​ລາ​ນີ້, ວັນ​ທີ 15 ຫາ​ວັນ​ທີ 16 ຕຸ​ລາ​ນີ້, ຜູ້​​ຕາງ​ໜ້າ 2200 ກວ່າ​ທ່ານ​ໄດ້​ເດີນ​ທາງ​ໄປ​ຮອດ​ປັກ​ກິ່ງ​​ດ້ວຍ​ຍົນ, ລົດ​ໄຟ​ແລະ​ລົດ​ໂດຍ​ສານ.

ມາ​ຮອດ​ເວ​ລາ 20 ໂມງວັນ​ທີ 15 ຕຸ​ລາ​ນີ້, ມີ​ຄະ​ນະ​ຜູ້​ແທນ​ຕ່າງ​ແຂວງ 10 ກວ່າ​ຄະ​ນະຮອດ​ປັກ​ກິ່ງ​ແລ້ວ.

ຂ່າວ​ແຈ້ງວ່າ, ເພື່ອ​ຮັບ​ປະ​ກັນ​ໃຫ້​ຜູ້​ແທນ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ມາດ​ເດີນ​ທາງ​ໄປ​ຮອດ​ປັກ​ກິ່ງ​ຕາມ​ເວ​ລາ​ກຳ​ນົດ, ບໍ​ລິ​ສັດ​ການ​ບິນ, ບໍ​ລິ​ສັດ​ທາງ​ລົດ​ໄຟ​ແລະ​ໂຮງ​ແຮມ​ລ້ວນ​ແຕ່​ໄດ້​ກຽມ​ພ້ອມ​ຢ່າງ​ລະ​ອຽດ, ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ສະ​ບາຍ​ໃຫ້​ແກ່​ຄະ​ນະ​ຜູ້​ແທນ​ທັງ​ໝົດ​ທີ່​ຈະ​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ຄັ້ງ​ນີ້.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ