ປະ​ທານ​ພັກ​ຮັກ​ຊາດ​ຕວກ​ກີ​ຕີ​ລາ​ຄາ​ສູງ​ຕໍ່​ກອງ​ປະ​ຊຸມ​ໃຫ​ຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ
2017-10-17 14:54:50  cri 
ວັນ​ທີ 16 ຕຸ​ລາ​ນີ້, ທ່ານ​ໂດ​ກູ ເປ​ຣິນ​ເຊັກ ນັກ​ການ​ເມືອງ​ທີ່ມີ​ຊື່​ສຽງ, ປະ​ທານ​ພັກ​ຮັກ​ຊາດ​ຂອງ​ຕວກ​ກີ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວCRIໂດຍ​ຊີ້​ໃຫ້​ເຫັນ​ວ່າ ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ທີ່​ຈະ​ໄຂ​ຂຶ້ນ​ໃນ​ໄວໆ​ນີ້​ມີ​ຄວາມ​ໝາຍ​ສຳ​ຄັນ​ທາງ​ປະ​ຫວັດ​ສາດ​ຕໍ່​ການ​ພັດ​ທະ​ນາ​ຂອງ​ຈີນ ເຊິ່ງ​ເຫັນ​ໄດ້​ຈາກກອງ​ປະ​ຊຸມ​ຄັ້ງ​ນີ້​ຈະ​ມີ​ມາດ​ຕະ​ການ​ໃໝ່​ຕ່າງໆ​​ທີ່​ສຳ​ຄັນ​ເປັນ​ຕົ້ນ ການ​ຕ້​ານ​ການ​ສໍ້​ລາດ​ບັງຫຼວງແລະ​ອື່ນໆ ເພື່ອ​ຊຸກ​ຍູ້​ການ​ກໍ່​ສ້າງ​ສັງ​ຄົມ​ນິ​ຍົມ​ຕື່ມ​ອີກ​ແລະ​ເຮັດ​ໃຫ້​ປະ​ເທດ​ຈີນ​ຮັ່ງ​ມີ​ເຂັ້ມ​ແຂງ​ແລະ​ຈະ​ເລີນ​ຮຸ່ງ​ເຮືອງຫຼາຍ​ຂຶ້ນກວ່າ​ເກົ່າ.

ຂະ​ນະ​ດຽວ​ກັນ, ທ່ານ​ເປ​ຣິນ​ເຊັກ​ກໍ​ຊີ້​ໃຫ້​ເຫັນ​ວ່າ: ຈາກ​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ຊາ​ຊົນ​ຈີນ​ຍາດ​ໄດ້​ຜົນ​ສຳ​ເລັດ​ທີ່​ປະ​ຈັກ​ຕາ​ຕໍ່​ຊາວ​ໂລກ. ຈີນ​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຂະ​ຫຍາຍ​ຕົວ​ຂອງ​ເສດ​ຖະ​ກິດ​ໂລກຫຼາຍກວ່າ 30% ແລະ​ເປັນ​ກຳ​ລັງ​ແຮງ​ອັນ​ດັບ​ໜຶ່ງ​ໃນ​ການ​​ຊຸກ​ຍູ້ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ໂລກ. ຈີນ​ເປັນ​ກຳ​ລັງ​ສຳ​ຄັນ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ໂລກ, ເປັນ​ປັດ​ໄຈ​ສຳ​ຄັນ​ໃນ​ການ​ຕໍ່​ຕ້ານ​ຄວາມ​ສ່ຽງ​ແລະ​ໄພ​ຂົ່ມ​ຂູ່​ຂອງມວນ​ມະ​ນຸດ, ​ດັ່ງ​ນັ້ນ​ຈິ່ງ​ເວົ້າ​ໄດ້​ວ່າ ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ບໍ່​ພຽງ​ແຕ່​ກ່ຽວ​ພັນ​ກັບ​ການ​ພັດ​ທະ​ນາ​ຂອງ​ຈີນ​ເທົ່າ​ນັ້ນ, ​ມັນ​ຍັງ​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່ການ​ພັດ​ທະ​ນາ​ຂອງ​ທົ່ວ​ໂລກ​ອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ