ຈັດ​ກອງ​ປະ​ຊຸມກະ​ກຽມກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ​
2017-10-17 19:58:36  cri 
​ກອງ​ປະ​ຊຸມກະ​ກຽມກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ​ໄດ້​ຈັດ​ຂຶ້ນ​​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໃນຕອນ​ບ່າຍ​ວັນ​ທີ 17 ຕຸ​ລາ​ນີ້. ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ເປັນ​ປະ​ທານ​ຂອງກອງ​ປະ​ຊຸມ.

ຜູ້​ແທນ​ທີ່​ມີ​ຄຸນ​ວຸດ​ທິ​ແລະ​ຜູ້​ແທນ​ທີ່​ໄດ້​ຮັບ​ການ​ເຊື້ອ​ເຊີນ​ເປັນ​ພິ​ເສດ​ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ​ ​ມີ​ທັງ​ໝົດ 2.354 ຄົນ.ຂະ​ນະ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ກະ​ກຽມ​ມີ 2.307 ຄົນ.

ກອງ​ປະ​ຊຸມ​ໄດ້​ຜ່ານ​ບັນ​ຊີ​ລາຍ​ຊື່​ຄະ​ນະ​ກຳ​ມະ​ການກວດ​ກາ​ຄຸນ​ວຸດ​ທິ​ຂອງ​ຜູ້​ແທນ​ທີ່​ປະ​ກອບ​ມີ 22 ຄົນ​ໂດຍ​ການລົງ​ຄະ​ແນນ​ສຽງ​​ດ້ວຍ​ການຍົກ​ມື, ຜ່ານ​ບັນ​ຊີ​ລາຍ​ຊື່​ຄະ​ນະ​ປະ​ທານກອງ​ປະ​ຊຸມ​ທີ່​ປະ​ກອບ​ມີ 243 ຄົນ, ຮັບ​ຮອງ ​ທ່ານ ລີວ​ຢຸນ​ຊ່ານ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ຂອງກອງ​ປະ​ຊຸມ ແລະ​ຍັງ​ໄດ້​ຜ່ານ​ການ​ສ້າງ​ຕັ້ງ​ອົງ​ການ​ສຳ​ນັກ​ເລ​ຂາ​ແລະ​ໜ້າ​ທີ່​ວຽກ​ງານຂອງ​ອົງ​ການ​ດັ່ງ​ກ່າວ.

ນອກ​ນີ້,ກອງ​ປະ​ຊຸມ​ຍັງ​ໄດ້​ຜ່ານ​ວາ​ລະ​ປະ​ຊຸມ​ທີ່​ສຳ​ຄັນ​ຕ່າງໆ​ອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ