ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູນິດ​ຈີນ​ຄັ້ງ​ທີ 19 ຈະ​​ໄຂຂຶ້ນ​ໃນ​ວັນ​ທີ 18 ຕຸລາ​ນີ້​ຢູ່​ນະຄອນຫຼວງ​ປັກ​ກິ່ງ
2017-10-17 18:52:19  cri 
ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູນິດ​ຈີນ​ຄັ້ງ​ທີ 19 ຈະ​ໄຂ​ຂຶ້ນໃນ​ເວລາ 9 ​ໂມງຂອງ​ວັນ​ທີ 18 ຕຸລາ​ນີ້​ຢູ່​​ຫໍ​ສະພາ​ປະ​ຊາ​ຊົນ​ແຫ່ງ​ຊາດນະຄອນຫຼວງ​ປັກ​ກິ່ງ.​

​​ເມື່ອ​ຮອດ​ເວລາ​ນັ້ນ, ຈະ​ມີ​ສື່​ມວນ​ຊົນຫຼາຍ​ພາກ​ສ່ວນ​ຖ່າຍ​ທອດ​ສົດພິທີ​ເປີດ​ກອງ​ປະຊຸມ ​ເຊັ່ນ: ສຽງຈີນ, ສຽງ​ເສດຖະກິດ, ສຽງ​ຈົ່ງ​ຮວາ ​ແລະ​ສຽງ​ຮວາ​​ເສ້​ຍຂ​ອງສະຖານີ​ວິທະຍຸ​ກະຈາຍສຽງ​ປະຊາຊົນ​ສູນ​ກາງ​ຈີນ, ຊ່ອງ​ລວມ, ຊ່ອງ​ສາກົນ​ພາສາ​ຈີນ ​ແລະຊ່ອງ​ຂ່າວຂອງ​ສະຖານີ​ໂທລະພາບ​ສູນ​ກາງ​ຈີນ, ຊ່ອງ​ພາສາ​ຕ່າງ​ປະ​ເທດ​ຕ່າງໆ​ຂອງ​ສະຖານີ​ໂທລະພາບ​ສາກົນ​​ແຫ່ງ​ຊາດ​ຈີນ, ສະຖານີ​ວິ​ທະ​ຍຸສາກົນ​ແຫ່ງ​ປະ​ເທດຈີນຈະ​ຖ່າຍ​ທອດ​ສົດ ​ແລະ​ລາຍ​ງານ​ຂ່າວ​ຢູ່​ທີ່​ປະຊຸມ​ດ້ວຍ​ພາສາ​ຈີນ, ພາສາ​ອັງກິດ ​ແລະ​ພາສາຣັດ​ເຊຍ, ນອກ​ນີ້ ຍັງ​ມີ​ເວັບ​ໄຊ​ປະຊາຊົນ, ​ເວັບ​ໄຊ​ຊິນ​ຮວາ, ສະຖານີ​ໂທລະພາບ​ເຄືອ​ຂ່າຍ​ຈີນ, ​ເວັບ​ໄຊ​ຈີນ, ​ພ້ອມ​ດ້ວຍAPPຂອງໜັງສືພິມ​ລາຍ​ວັນ​ປະຊາຊົນ​ຈີນ, ​ສຳນັກ​ຂ່າວ​ຊິນ​ຮວາ ​ແລະ​​ສະຖານີ​ໂທລະພາບ​ສູນ​ກາງ​ຈີນ​ກໍ່ຈະ​ລາຍ​ງານ​ຂ່າວ​ດ່ວນ​ເຊັ່ນ​ດຽວ​ກັນ.

ນອກຈາກ​ນີ້, ສະຖານີ​ໂທລະພາບ ກໍ​ຄື​ວິທະຍຸ​ກະຈາຍສຽງ​ແຂວງ​ຕ່າງໆທົ່ວ​ປະ​ເທດ​ຈີນ​ກໍ​ຈະ​ຖ່າຍ​ຖອດ​ລາຍການ​ກອງ​ປະຊຸມ​ໃຫຍ່​ນີ້​ຈາກ​ສະຖານີ​ໂທລະພາບ​ສູນ​ກາງ​ຈີນ ​ແລະ​ສະຖານີວິ​ທະ​ຍຸ​ກະຈາຍສຽງ​ປະຊາຊົນ​ສູນ​ກາງ​ງຈີນ​​ໃນ​ເວລາ​ດຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ