ກອງ​ປະ​ຊຸມ​ໃຫຍ່​ພັກ​ກອມ​ມູ​ນິ​ດ​ຈີນ​ຄັ້ງ​ທີ 19 ຈະດຳ​ເນີນ​ໄປ​ເປັນ​ເວ​ລາ 7 ວັນ
2017-10-17 19:46:46  cri 
    ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ຈະ​ໄຂ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ເວ​ລາ 9 ໂມງ​ຂອງວັນ​ທີ 18 ຕຸ​ລານີ້ ແລະ​ຈະ​​ດຳ​ເນີນ​ໄປເປັນ​ເວ​ລາ 7 ວັນ​ຄື​ແຕ່​ວັນ​ທີ 18-24 ຕຸ​ລານີ້ ໂດຍ​ ເນື້ອ​ໃນ​ຕົ້ນ​ຕໍມີ 5 ດ້ານ​ລວມ​ທັງ​ການ​ປັບ​ປຸງ​ກົດ​ລະ​ບຽບ​ພັກ.

    ຕອນ​ບ່າຍ​ວັນ​ທີ 17 ຕຸ​ລານີ້ ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ປັກ​ກິ່ງ, ຄະ​ນະ​ຮັບ​ຜິດ​ຊອບກອງ​ປະ​ຊຸມ​ໃຫຍ່​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ໄດ້​ຈັດ​ງານ​ຖະ​ແຫຼງ​ຂ່າວ​ຄັ້ງ​ທຳ​ອິດ, ທ່ານ ໂຖ​ເຈີ້ນ ໂຄ​ສົກ​ກອງ​ປະ​ຊຸມ​ດັ່ງ​ກ່າວ​​ໄດ້ກ່າວ​ຕໍ່​ນັກ​ຂ່າວ​ຈີນ​ແລະ​ຕ່າງ​ປະ​ເທດ​ວ່າ: ຕອນ​ບ່າຍມື້​ດຽວ​ກັນ, ກອງ​ປ​ະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ໄດ້​ໄຂ​ກອງ​ປະ​ຊຸມ​ກະ​ກຽມ​ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ສະ​ຫາຍ ສີ​ຈິ້ນ​ຜິງ ແລະ​ໄດ້​ຮັບ​ຮອງວາ​ລະ​ປະ​ຊຸມ ເຊິ່ງ​ຕົ້ນ​ຕໍ​ມີ: ຮັບຟັງ​ ແລະ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ບົດ​ລາຍ​ງານ​ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງພັກ​ຊຸດ​ທີ 18; ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ຄະ​ນະ​ກວດ​ກາ​ສູນ​ກາງ​ພັກ​ຊຸດ​ທີ 18; ພິ​ຈາ​ລະ​ນາ​ແລະ​ຮັບ​ຮອງ "ກົດ​ລະ​ບຽບ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ສະ​ບັບ​ດັດ​ແກ້"; ເລືອກ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຊຸດ​ທີ 19 ແລະ ເລືອ​ກ​ຕັ້ງ​ຄະ​ນະ​ກວດ​ກາ​ສູນ​ກາງ​ພັກ​ຊຸດ​ທີ 19.

    ການ​ປັບ​ປຸງ​ກົດ​ລະ​ບຽບ​ຂອງ​ພັກ​ແມ່ນ​ໜ້າ​ທີ່​ສຳ​ຄັນ​ໜຶ່ງ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19. ທ່ານ ໂຖ​ເຈີ້ນ ກ່າວ​ວ່າ, ການ​ປັບ​ປຸງ​ກົດ​ລະ​ບຽບ​ຂອງ​ພັກ​ຢ່າງ​ເໝາະ​ສົມ​ນັ້ນ ແມ່ນ​ວຽກ​ທີ່​ເຄີຍ​ປະ​ຕິ​ບັດ​ຜ່ານ​ມາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ.

    ທ່ານ ໂຖ​ເຈີ້ນ ຍັງ​ໃຫ້​ຮູ້​ວ່າ, ຜ່ານ​ການກວດ​ກາ​ຈາກ​ຄະ​ນະ​ກຳ​ມະ​ການກວດ​ກາ​ຄຸນ​ວຸດ​ທິ​ຜູ້​ແທນ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ແລ້ວ​ໄດ້​ຢືນ​ຢັນ​ເຖິງ​ຄຸນ​ວຸດ​ທິ​ຜູ້​ແທນ 2280 ຄົນ, ພວກ​ເຂົາ​ເຈົ້າ​ຈະ​​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໂດຍຕາງ​ໜ້າ​ອົງ​ການ​ຮາກ​ຖານ​ຂອງ​ພັກ 4 ລ້ານ 5 ແສນ​ອົງ​ການ​ແລະ​ສະ​ມາ​ຊິກ​ພັກ 89 ລ້ານກວ່າ​ຄົນ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ