ຕວກ​ກີ​ແກ່​ຍາວ​ເວ​ລາ​​ພາ​ວະສຸກ​ເສີນ​ອີກ 3 ເດືອນ
2017-10-18 11:47:32  cri 

ວັນ​ທີ 17 ຕຸ​ລາ​ນີ້, ສະ​ພາ​ປະ​ຊາ​ຊົນ​ຕວກ​ກີ​ໄດ້​ຜ່ານ​ມະ​ຕິ​ສະ​ບັບ​ໜຶ່ງ, ຕົກ​ລົງຈະ​ແກ່​ຍາວ​ເວ​ລາ​ພາ​ວະ​ສຸກ​ເສີນ​ທີ່​ປະ​ຕິ​ບັດ​ໃນ​ປັດ​ຈຸ​​ບັນ​ອີກ 3 ເດືອນ​ຈາກວັນ​ທີ 19 ຕຸ​ລາ​ນີ້​ເປັນ​ຕົ້ນ​ໄປ.

ນີ້​ແມ່ນ​​ການແກ່​ຍາວ​ພາ​ວະສຸກ​ເສີນ​ເທື່ອ​ທີ 5 ຂອງ​ຕວກ​ກີ. ພາຍ​ຫຼັງ​​ເກີດ​ການລັດ​ຖ​ະ​ປະ​ຫານ​ທາງ​ການ​ທະ​ຫານ​ທີ່​ບໍ່​ສຳ​ເລັດ​ໃນ​ເດືອນ​ກໍ​ລະ​ກົດ​ປີ 2016, ລັດ​ຖະ​ບານ​ຕວກ​ກີ​ໄດ້​ປະ​ກາດ​ປະ​ຕິ​ບັດ​​ພາ​ວະ​ສຸກ​ເສີນ​ແລະ​ແກ່​ຍາວ​ຫຼາຍ​ເທື່ອ​ຈົນ​ຮອດ​ປັດ​ຈຸ​ບັນ.

ອີງ​ຕາມ​ຂະ​ບວນ​ການ​ບໍ​ລິ​ຫານ​ປະ​ເທດ, ວັນ​ທີ 16 ຕຸ​ລາ​ນີ້, ຄະ​ນະ​ກຳ​ມະ​ການ​ຄວາມ​ໝັ້ນ​ຄົງ​ແຫ່​ງ​ຊາດ​ ແລະ​ຄະ​ນະ​ລັດ​ຖະ​ບານ​ຕວກ​ກີ​ໄດ້​ຈັດ​ກອງ​ປະ​ຊຸມ​ແລະ​ຕົກ​ລົງ, ເຫັນ​ດີ​ແກ່​ຍາວ​​ພາ​ວະ​ສຸກ​ເສີນ, ​ແລ້ວ​ຄະ​ນະ​ລັດ​ຖະ​ບານ​ສະ​ເໜີ​ຍັດ​ຕິ​ໃຫ້​ສະ​ພາປະ​ຊາ​ຊົນ , ​ຫຼັງ​ຈາກ​ນັ້ນ, ຄະ​ນະ​ກຳ​ມະ​ການ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​​ໄດ້ອອກ​ຖະ​ແຫຼງ​ການ​ວ່າ, ​ການປະ​ຕິ​ບັດ​ພາ​ວະສຸກ​ເສີນ​ມີ​ຜົນ​ດີ​ຕໍ່​ການ​ຮັບ​ມື​​ຈາກການ​ຂົ່ມ​ຂູ່​ທາງ​ຄວາມ​​ໝັ້ນ​ຄົງຂອງ " ຂະ​ບວນ​ການ​ກູ​ເລນ ",​ ທັງ​ເປັນ​ການປົກ​ປັກ​ຮັກ​ສາ​ລະ​ບຽບ​ກົດ​ໝາຍ​ແລະ​ສິດ​ຂອງ​ພົນ​ລະ​ເມືອງອີກ​ດ້ວຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ