ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 19 ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງຢ່າງເປັນທາງການໃນວັນທີ 18 ຕຸລານີ້. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ໄດ້ກ່າວລາຍງານວຽກງານຕໍ່ກອງປະຊຸມວ່າ: ຜ່ານຈາກຄວາມພະຍາຍາມມາເປັນເວລາຍາວນານ, ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໄດ້ກ້າວເຂົ້າສູ່ຍຸກໃໝ່ ເຊິ່ງເປັນຈຸດທີ່ຕັ້ງທີ່ສຳຄັນໃນປະຫວັດສາດໃໝ່ຂອງການພັດທະນາຂອງຈີນ ແລະ ມີຄວາມໝາຍສຳຄັນໃນປະຫວັດສາດການພັດທະນາສາທາລະນະປະຊາຊົນຈີນ, ການພັດທະນາຊົນຊາດຈີນ, ການພັດທະນາສັງຄົມນິຍົມໂລກ ແລະ ປະຫວັດສາດການພັດທະນາສັງຄົມມະນຸດ.
ໃນເນື້ອໃນຂອງບົດລາຍງານດັ່ງກ່າວ, ທ່ານສີຈິ້ນຜິງ ໄດ້ຍົກໃຫ້ເຫັນໝາກຜົນຕ່າງໆທີ່ມີລັກສະນະປະຫວັດສາດທີ່ຍາດມາໄດ້ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ ແລະກ່າວວ່າ: ການທີ່ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນກ້າວເຂົ້າສູ່ຍຸກໃໝ່ ກໍໝາຍຄວາມວ່າຊົນຊາດຈີນໄດ້ເຂົ້າສູ່ໄລຍະທີ່ສົດໃສແລະເລີ່ມບັນລຸເປົ້າໝາຍແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງຊົນຊາດຈີນ, ໄດ້ຂະຫຍາຍຊ່ອງທາງກ້າວໄປສູ່ການຫັນເປັນທັນສະໄໝຂອງປະເທດພວມພັດທະນາ ເຊິ່ງເປັນການສະໜອງທາງເລືອກໃໝ່ໃຫ້ແກ່ປະເທດ ແລະ ຊົນຊາດອື່ນໆໃນໂລກທີ່ຫວັງຢາກເລັ່ງລັດພັດທະນາ ທັງຫວັງຈະຮັກສາຄວາມເປັນເອກະລາດຂອງຕົນ ແລະເປັນການປະກອບສ່ວນທາງສະຕິປັນຍາ ແລະ ແຜນການຂອງຈີນເພື່ອແກ້ໄຂບັນຫາຂອງມະນຸດໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກແລະຈະເລີນຮຸ່ງເຮືອງຮ່ວມກັນໃນອະນາຄົດ.