ພັກ​ກອມ​ມູນິດ​ຈີນ​ວາງ​​ແຜນການພັດທະນາ​ທີ່​ຍິ່ງ​ໃຫຍ່ຂອງ​ຂະ​ບວນການ​ສ້າງສາປະ​ເທດ​ສັງຄົມ​ນິຍົມ​ໃຫ້​ຫັນ​ເປັນ​ທັນ​ສະ​ໄໝຮອບດ້ານ
2017-10-18 11:56:22  cri 

ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ໄດ້​ກ່າວ​ໃນ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູນິດ​ຈີນ​ຄັ້ງທີ 19 ວ່າ: ​ເມື່ອ​ຮອດ​ກາງ​ສະຕະວັດ​ນີ້, ​ສາທາລະນະ​ລັດ​ປະຊາຊົນ​ຈີນຈະ​ຄົບຮອບ 100 ປີ​ພໍດີ. ​ເມື່ອ​ຮອດ​ເວລາ​ນັ້ນ, ຈະ​ຕ້ອງ​ສ້າງສາ​ປະ​ເທດ​ຈີນ​ໃຫ້​ເປັນ​ປະ​ເທດ​ສັງຄົມ​ນິຍົມ​ທີ່​ທັນ​ສະ​ໄໝ​ແລະ​ເຂັ້ມ​ແຂງ ​ແລະ​ເປັນ​ປະ​ເທດ​ທີ່​ຮັ່ງມີ, ປະຊາທິປະ​ໄຕ, ສີວິ​ໄລ, ປອງ​ດອງ​ຊາດ ​ແລະ ສວຍ​ງາມ ທັງ​ນີ້​ກໍ​ເປັນ​ການຈັດ​ວາງ​ທາງ​ຍຸດ​ທະ​ສາດ​ຂອງ​ການ​ພັດທະນາ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່ ​ແລະ​ທົ່ວ​ພັກ​ຈະ​ຕ້ອງ​ກ້າ​ແກ່ນ​ແໜ້ນ​ໜຽວ ​ແລະ ພະຍາຍາມ​ຢ່າງ​ບໍ່​ລົດ​ລະ.

ທ່ານ​ສີ​ຈິ້ນ​ຜິ​ງ ​ໄດ້​ກ່າວ​ລາຍ​ງານ​ຕໍ່ຜູ້​ແທນ 2200 ກວ່າທ່ານທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ຄັ້ງນີ້ວ່າ: ​ເມື່ອ​ຮອດ​ເວລາ​ນັ້ນ, ອາລະຍະ​ທຳ​ຂອງ​ຈີນ​ທາງ​ວັດຖຸ, ​ການ​ເມືອງ, ຈິດ​ໃຈ, ສັງຄົມ ​ແລະ ອາລະ​ຍະ​ທຳ​ທາງ​ຊີວະ​ພາບ​ຈະ​ໄດ້​ຮັບ​ການ​ຍົກສູງ​ຂຶ້ນຢ່າງຮອບດ້ານ, ຄວາມ​ສາມາດ​​ ​ແລະ ລະບົບ​ການ​ປົກຄອງ​ປະ​ເທດຈະ​ບັນລຸ​ແບບ​ທັນ​ສະ​ໄໝ, ກາຍ​ເປັນ​ປະ​ເທດ​ທີ່​ກຳລັງ​ສັງ​ລວມ​ແຫ່ງ​ຊາດ ​ແລະ ບົດບາດ​ໃນ​ສາກົນ ສູງ​ຂຶ້ນຢູ່​ແຖວ​ໜ້າ​ຂອງ​ໂລກ ​ແລະ ບັນລຸ​​ເປົ້າໝາຍ​ທີ່​ປະຊາຊົນ​ຮັ່ງມີ​ທຸກ​ຖ້ວນ​ໜ້າ​ໂດຍ​ພື້ນຖານ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ