ຈະ​ຕ້ອງຮັບປະກັນ​ໃຫ້​ປະຊາຊົນ​ເປັນ​ເຈົ້າບ້ານ​ຄອງ​ເມືອງ​
2017-10-18 12:55:57  cri 

ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູນິດ​ຈີນ​ຄັງທີ 19 ​​ເລີ່​ມ​ໄຂ​ຂຶ້ນຢູ່​ນະຄອນຫຼວງປັກ​ກິ່ງ​ໃນ​ວັນ​ທີ 18 ຕຸລາ​ນີ້ ​ເຊິ່ງວຽກ​ງານທີ່​ສຳຄັນ​ອີກ​ຢ່າງໜຶ່ງ​ກໍ​ຄື ຄົ້ນຄວ້າ​, ​ວາງ​ແຜນ​ແລະ​ຊ່ອງ​ທາງ​ພັດທະນາ​ປະ​ເທດ​ໃນ​ອະນາຄົດ. ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ໄດ້​ລາຍ​ງານ​ຕໍ່​ຜູ້​ແທນ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ດັ່ງກ່າວ​ວ່າ: ປະຊາຊົນ​ເປັນ​ເຈົ້າບ້ານ​ຄອງ​ເມືອງ​ແມ່ນ​ຈຸດ​ພິ​ເສດ​ແລະ​ທາດ​ແທ້​ການ​ເມືອງ​ປະຊາທິປະ​ໄ​ຕຂອງ​ຈີນ ​ແລະ​ຈະ​ຕ້ອງ​ຮັບປະກັນ​ດ້ວຍ​ລະບົບລະບອບ.

ທ່ານ​ສີ​ຈິ້ນ​ຜິ​ງ ກ່າວວ່າ: ​ເພື່ອ​ລົງ​ເລິ​ກການ​ປະຕິບັດ​ຕົວ​ຈິງ​ໃນ​ການ​ປົກຄອງ​ປະ​ເທດ​ດ້ວຍ​ກົດໝາຍ, ພັກ​ກອມ​ມູນິດ​ຈີນ ຈະ​ສ້າງຕັ້ງໜ່ວຍ​ນຳພາ​ການ​ປົກຄອງ​ປະ​ເທດ​ດ້ວຍ​ກົດໝາຍ​ຢ່າງຮອບດ້ານ​ຂັ້ນສູນ​ກາງ; ​ເພີ່ມ​ທະວີການ​ຕິດຕາມ​ແລະ​ປະຕິບັດ​ລັດຖະທຳ​ມະນູນ, ຊຸກຍູ້​ວຽກ​ງານ​ກວດກາ​ທີ່​ສອດຄ່ອງ​ກັບ​ລັດຖະທຳ​ມະນູນ; ​ໃນ​ການ​ລົງ​ເລິກ​ການ​ປະຕິ​ຮູບອົງການ​ຈັດຕັ້ງ​ແລະ​ໂຄງ​ປະກອບ​ການ​ບໍລິຫານ​ນັ້ນ, ຈະ​ມອບ​ສິດ​​ໃຫ້​ແກ່​ອຳນາດ​ການ​ປົກຄອງ​ຂັ້ນ​ແຂວງ​ແລະ​ຕ່ຳ​ກວ່າຂັ້ນ​ແຂວງທຸກ​ລະດັບ​ໃຫ້ຫຼາຍກວ່າ​ເກົ່າ, ຄົ້ນຄວ້າ​ການ​ລວມຕົວ​ອົງການ​ພັກ-ລັດ​ໃນແຂວງ ​ແລະ ​ເມືອງຕ່າງໆທີ່​ມີ​ພາລະບົດບາດຄ້າຍຄື​ກັນ ຫຼື ​ເຮັດ​ວຽກ​ຢູ່​ບ່ອນ​ດຽວ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ