ຈີນ​ຈະ​ສ້າງຕັ້ງອົງການ​ຄຸ້ມ​ຄອງຊັບ​ສິນຊັບພະຍາກອນ​ທຳ​ມະ​ຊາດ ​​ແລະຕິດຕາມ​ຄຸ້ມ​ຄອງ​ຊີວະ​ພາບ
2017-10-18 13:14:34  cri 

ຈີນ​ຈະ​ສ້າງຕັ້ງອົງການຄຸ້ມ​ຄອງຊັບ​ສິນຊັບພະຍາກອນ​ທຳ​ມະ​ຊາດ​ແຫ່ງ​ລັດ ​​ແລະຕິດຕາມ​ຄຸ້ມ​ຄອງ​ຊີວະ​ພາບ ​ເ​ປັນ​ຄັ້ງທຳ​ອິດ ຫຼັງສຳ​ເລັດ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູນິດ​ຈີນ​ຄັ້ງທີ 19 ​ເພື່ອ​ເພີ່ມ​ທະວີການ​ນຳພາການຈັດຕັ້ງ​ແລະ​ອອກ​ແບບ​ລວມຂອງ​ການ​ກໍ່ສ້າງ​ນິ​ເວດ​ອາລະຍະ​ທຳ​ທົ່ວ​ປະ​ເທດ.

ທັງ​ນີ້ ທ່ານ​ສີ​ຈິ້ນ​ຜິ​ງ ​ໄດ້​ກ່າວ​ໃນ​ພິທີ​ເປີດ​ກອງປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູນິດ​ຈີນ​ຄັ້ງທີ 19 ທີ່​​ໄຂ​ຂຶ້ນ​ໃນ​ວັນ​ທີ 18 ຕຸລາ​ນີ້​ວ່າ: ຈີນ​ຈະ​ສ້າງສາ​ທັນ​ສະ​ໄໝ​ນັ້ນ ​ແມ່ນ​ທັນ​ສະ​ໄໝ​ແບບ​ມະນຸດ​ກັບ​ສິ່ງ​ແວດ​ລ້ອມ​ດຳລົງ​ຄົງ​ຕົວຢ່າງເປັນ​ມິດ​ກັນ ສະນັ້ນ, ຈີນ​ຈະ​ສ້າງຕັ້ງອົງການ​ຄຸ້ມ​ຄອງຊັບ​ສິນຊັບພະຍາກອນ​ທຳ​ມະ​ຊາດ​ແຫ່ງ​ລັດ ​​ແລະຕິດຕາມ​ຄຸ້ມ​ຄອງ​ຊີວະ​ພາບ ​ເພື່ອ​ປະຕິບັດ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ຜູ້​ທີ່​ມີ​ກຳມະສິດ​ຕໍ່ຊັບ​ສິນ​​ຊັບພະຍາກອນ​ທຳ​ມະ​ຊາດ​ທົ່ວ​ປວງ​ຊົນ​ຢ່າງ​ເປັນ​ເອກະ​ພາບ, ປະຕິບັດ​ໜ້າ​ທີ່​ຮັບຜິດຊອບ​ການ​ຄຸ້ມ​ຄອງ​ການ​ນຳ​ໃຊ້​ພື້ນ​ທີ່​ດິນ​ແດນ​ແຫ່ງ​ຊາດ​ທັງ​ໝົດ, ປົກ​ປັກ​ຮັກສາ​ແລະ​ແກ້​ໄຂ​ບັນຫາ​ທຳ​ມະ​ຊາດ​ຢ່າງ​ເປັນ​ເອກະ​ພາບ, ປະຕິບັດ​ໜ້າ​ທີ່​ຮັບຜິດຊອບ​ການ​ຕິດຕາມ​ຄຸ້ມ​ຄອງ​ການ​ປ່ອຍ​ສິ່ງ​ມົນ​ລະ​ພິດ​ປະ​ເພດ​ຕ່າງໆ​ຢູ່​ຕົວ​ເມືອງ​ແລະ​ຊົນນະບົດ ​ແລະ ປະຕິບັດ​ກົດໝາຍ​ການ​ບໍລິຫານ​ຢ່າງ​ເປັນ​ເອກະ​ພາບ, ສຸມ​ໃສ່​ແກ້​ໄຂ​ບັນຫາ​ສິ່ງ​ແວດ​ລ້ອມ​ທີ່​ພົ້ນ​ເດັ່ນ ​ເປັນຕົ້ນ ມົນ​ລະ​ພິດ​ທາງ​ອາກາດ, ​ນ້ຳ ​ແລະ ດິນ, ຕັ້ງໜ້າ​ເຂົ້າຮ່ວມ​ການ​ຄຸ້ມ​ຄອງ​ສິ່ງ​ແລ​ດລ້ອມຂອງ​ໂລກ, ປະຕິບັດ​ຕາມ​ຄຳ​ໝັ້ນສັນຍາດ້ານ​ການຫຼຸດ​ຜ່ອນ​ປ່ອຍ​ມົນ​ລະ​ພິດ ​ແລະ ​ເພີ່ມ​ຄວາມ​​ເຂັ້ມງວດ​ໃນ​ການ​ອະນຸລັກ​ລະບົບ​ນິ​ເວດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ