ການ​​ປະກອບສ່ວນ​ອັນ​ໃຫຍ່ຫຼວງກວ່າ​ເກົ່າ​ເພື່ອ​ມວນ​ມະນຸດ​ແມ່ນ​ພາລະ​ໜ້າ​ທີ່​ຂອງພັກ​ກອມ​ມູນິດ​ຈີນ​ຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ
2017-10-18 13:30:59  cri 

ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາ​ທິການ​ໃຫຍ່​ສູ​ນກາງ​ພັກ​ກອມ​ມູນິດ​ຈີນ ​ໄດ້​​ເນັ້ນ​ໃນ​ພິທີ​ເປີດ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ຄັ້ງທີ 19 ວ່າ: ການ​ປະກອບສ່ວນ​ອັນ​ໃຫຍ່ຫຼວງກວ່າ​ເກົ່າ​ເພື່ອ​ມວນ​ມະນຸດ​ແມ່ນ​ພາລະ​ໜ້າ​ທີ່​ຂອງ​ພັກ​ກອມ​ມູນິດ​ຈີນ​ຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ.

ທ່ານ​ສີ​ຈິ້ນ​ຜິ​ງ ກ່າວ​ວ່າ: ພັກ​ກອມ​ມູນິດ​ຈີນ​ບໍ່​ຄວນ​ປະລະ​ຄວາມ​ໄຝ່ຝັນ​ຂອງ​ຕົນ​ເນື່ອງ​ຈາກ​ຄວາມ​ສັບສົນ​ຂອງສະພາບ​ຄວາມ​ເປັນ​ຈິງ, ບໍ່​ຄວນ​ປະລະ​ສິ່ງ​ສະ​ແຫວ​ງຫາ​ຂອງ​ຕົນ​ເນື່ອງ​ຈາກອຸ​ດົມ​ການ​ຫ່າງໄກຫຼາຍ. ທ່ານ​ສີ​ຈິ້ນ​ຜິ​ງ ຮຽກຮ້ອງ​ໃຫ້​ປະຊາຊົນ​ບັນດາ​ປະ​ເທດ​ຈົ່ງ​ສຸມ​ຈິດ​ສຸມ​ໃຈ​ກັນ, ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຂອງ​ມວນ​ມະນຸດ, ສ້າງ​ໂລກ​ທີ່​ມີ​ສັນຕິພາບ​ຖາວອນ, ໝັ້ນຄົງ​ໂດຍ​ທົ່ວ​ໄປ, ຈະ​ເລີ​ນຮຸ່ງ​ເຮືອງ​ຮ່ວມ​ກັນ, ​ເປີດ​ກວ້າງ, ກວມ​ລວມ, ສະອາດ ​ແລະ​ສວຍ​ສົດ​ງົດ​ງາມ.ທ່ານ​ສີ​ຈິ້ນ​ຜິ​ງ ກ່າວ​ຕື່ມ​ວ່າ: ຈີນ​ເດັດດ່ຽວ​ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​​ແບບ​ສັນຕິພາບ​ທີ່​ເປັນ​ເອກະລາດ, ​ຂະຫຍາຍ​ຈຸດ​​ຜົນ​ປະ​ໂຫຍ​ດຮ່ວມກັບປະ​ເທດ​ຕ່າງໆ​ໃຫ້​ກວ້າງ​ອອກ, ຍຶດໝັ້ນນະ​ໂຍບາຍ​ພື້ນຖານ​ທີ່​ເປີດ​ປະຕູ​ຕໍ່​ພາຍ​ນອກ, ຍຶດໝັ້ນດຳ​ເນີນ​ການ​ກໍ່ສ້າງ​ໂດຍ​ເປີດ​ປະຕູປະ​ເທດ, ຕັ້ງໜ້າ​ຊຸກຍູ້​ການ​ຮ່ວມ​ມື​ສາກົນ​ໃນ​ຂອບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ", ຍຶດໝັ້ນທັດສະນະຄຸ້ມ​ຄອງ​ໂລກ​ແບບ​ຫາລື​ຮ່ວມ​ກັນ, ສ້າງສາ​ຮ່ວມ​ກັນ ​ແລະ ຊົມ​ໃຊ້​ຮ່ວມ​ກັນ. ຈີນຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຕົນໃນ​ຖານະ​ເປັນປະ​ເທດ​ໃຫຍ່ທີ່​ມີ​ຄວາມ​ຮັບຜິດຊອບ, ຕັ້ງໜ້າ​ເຂົ້າຮ່ວມ​ການ​ປະຕິ​ຮູບ​ແລະ​ກໍ່ສ້າງລະບົບ​ການ​ຄຸ້ມ​ຄອງ​ໂລກ ​ເພື່ອ​ປະກອບສ່ວນ​ສະຕິ​ປັນຍາ ​ແລະ ກຳລັງ​ຂອງ​ຈີນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ