ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 19 ໄຂຂຶ້ນຢ່າງ​ເປັນ​ທາງ​ການ
2017-10-18 10:26:16  cri 


ຕາມ​ຂ່າວCRI:ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 19 ​ໄດ້ໄຂຂຶ້ນຢ່າງ​ເປັນ​ທາງ​ການຢູ່ຫໍ​ສະ​ພາ​ປະ​ຊາ​ຊົນແຫ່ງ​ຊາດ​ທີ່ນະຄອນຫຼວງປັກກິ່ງໃນເວລາ 9 ໂມງຂອງວັນທີ 18 ຕຸລານີ້ ​.ທ່ານ​ສີ​ຈິ້ນ​ຜິງ​ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ຕາງ​ໜ້າ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ຊຸດ​ທີ 18 ສະ​ເໜີ​ບົດ​ລາຍ​ງານ​ຕໍ່​ກອງ​ປະ​ຊຸມ​ໃຫຍ່, ເຊິ່ງ​ໄດ້​ມີການ​ຈັດ​ວາງ​ໂດຍ​ສັງ​ລວມ​ຕໍ່​ແຜນ​ການ​ພັດ​ທະ​ນາ​ໃນ​ອະ​ນາ​ຄົດ​ຂອງ​ຈີນ.



ຜູ້​ແທນ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່ຄັ້ງ​ນີ້​ມີ 2000 ກວ່າ​ຄົນ​ທີ່​ຖືກ​ເລືອກ​ຈາກ​ສະ​ມາ​ຊິກ​ຂອງ​ພັກກອມ​ມູ​ນິດ​ຈີນເຊິ່ງ​ມີ​ 89 ລ້ານ​ຄົນໂດຍ​ຈະ​ກວດ​ກາ​ບົດ​ລາຍ​ງານ​ທີ່​ສະ​ເໜີ​ໂດຍ​ທ່ານ​ສີ​ຈິ້ນ​ຜິງ, ​ບົດ​ລ​າຍ​ງານ​ວຽກ​ງານ​ທີ່​ສະ​ເໜີ​ໂດຍຄະ​ນະ​ກຳ​ມະ​ການກວດ​ກາ​​ສູນ​ກາງພັກ​ຊຸດ​ແລ້ວ​ນີ້ແລະ​ຈະ​ຄົ້ນ​ຄວ້າ​ແລະ​ພິ​ຈາ​ລະ​ນາ"ກົດ​ລະ​ບຽບ​ພັກ​ກອມ​ມູ​ນິດຈີນສະ​ບັບ​ປັ​ປ​ປຸງ", ພ້ອມ​ທັງ​ຈະ​ເລືອກ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ແລະ​ຄະ​ນະ​ກຳ​ມະ​ການກວດ​ກາ​​ສູນ​ກາງພັກ​ຊຸດ​ໃໝ່.



ພັກ​ກອມ​ມູ​ນິດ​ຈີນ​ແມ່ນ​ພັກ​ທີ່ປົກ​ຄອງ​​ຂອງ​ຈີນ, ແລະກໍ​ແມ່ນ​ພັກການ​ເມືອງ​ທີ່​ໃຫຍ່​ທີ່​ສຸດ​ໃນ​​ໂລກ. ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໄຂ​ຂຶ້ນໃນ​ທຸກໆ 5 ປີ, ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ແລະ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອ​ມ​ມູ​ນິດ​ຈີນທີ່​ເລືອກ​ຕັ້ງ​ໂດຍກອງ​ປະ​ຊຸມ​ໃຫຍ່​ດັ່ງ​ກ່າວ​ແມ່ນ​ອົງ​ການ​ນຳ​ພາ​ສູງ​ທີ່​ສຸດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ.


ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ