ແນວ​ຄວາມ​ຄິດ​​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ໄລ​ຍະ​ໃໝ່​ຈະ​ນຳ​ພາ​ການ​ພັດ​ທະ​ນາ​ຂອງ​ຈີນ​ໃນ​ໄລ​ຍະ​ຍາວ
2017-10-18 11:51:32  cri 
ຕາມ​ຂ່າວCRI: ວັນ​ທີ 18 ຕຸ​ລາ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ວ່າ, ແນວ​ຄວາມ​ຄິດ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ແມ່ນຂໍ້​ແນະ​ນຳ​ໃນ​ການ​ປະ​ຕິ​ບັດເພື່ອ​ບັນ​ລຸ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ໃໝ່ຢ່າງ​ຍິ່ງ​ໃຫຍ່ຂອງ​ຊົ​ນ​ຊາດ​ຈີນ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ແລະ​ປະ​ຊາ​ຊົນ​ຈີນ, ຕ້ອງ​ຍຶດ​ໝັ້ນ​ໃນ​ໄລ​ຍະ​ຍາວ​ແລະ​ພັດ​ທະ​ນາ​ຢ່າງ​ຕໍ່​ເນື່ອງ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ, ຄວາມ​ຂັດ​ແຍ້ງ​ຕົ້ນ​ຕໍ​ຂອງ​ສັງ​ຄົມ​​ຈີນ​ໃນ​ຍຸກ​ໃໝ່​ແມ່ນ​ຄວາມ​ຂັດ​ແຍ້ງ​ລະ​ຫວ່າງ​ຄວາມ​ຕ້ອງ​ການ​ດ້ານ​ຊີ​ວິດ​ການ​ເປັນ​ຢູ່​​ທີ່ດີ​ງາມ​ທີ່​ນັບ​ມື້​ນັບເພີ່ມຂຶ້ນ​ຂອງ​ປະ​ຊາ​ຊົນ​ແລະ​ການ​ພັດ​ທະ​ນາ​ຢ່າງ​ບໍ່​ດຸນ​ດ່ຽງ​ແລະ​ບໍ່​ເຕັມ​ທີ, ສະ​ນັ້ນ, ຕ້ອງ​ຍຶດ​ໝັ້ນ​ແນວ​ຄວາມ​ຄິດ​ດ້ານ​ການ​ພັດ​ທະ​ນາ​ທີ່​ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ, ຕ້ອງ​ຊຸກ​ຍູ້​ການສ້າງ​ການ​​ພົວ​ພັນ​ສາ​ກົນ​ແບບ​ໃໝ່ແລະຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​​ຊະຕາ​ກຳ​ຂອງ​ມວນ​ມະ​ມຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ