ພັກ​ກອມ​ມູ​ນິດ​ຈີນ​ສະ​ເໜີ​ 7 ມາດ​ຕະ​ການ​ເພື່ອ​ຍົກ​ລະ​ດັບ​ການ​ຮັບ​ປະ​ກັນ​ແລະ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ
2017-10-18 13:42:35  cri 

ຕາມ​ຂ່າວCRI:ວັນ​ທີ 18 ຕຸ​ລາ​ນີ້, ໃນ​ບົດ​ລາຍ​ງານ​ວຽກ​ງານ​ທີ່​ມອບໃຫ້​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ເພື່ອ​ທຳ​ການກວດ​ກາ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 18 ໄດ້​ສະ​ເໜີ​ 7 ມາດ​ຕະ​ການ​ເພື່ອ​ຍົກ​ລະ​ດັບ​ການ​ຮັບ​ປະ​ກັນ​ແລະ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນໃນ​ອະ​ນາ​ຄົດ.


ມາດ​ຕະ​ການ​ດັ່ງ​ກ່າວ​​ມີ​ດັ່ງ​ນີ້: ການ​ພັດ​ທະ​ນາ​ພາ​ລະ​ກິດ​ການ​ສຶກ​ສາ​ກ່ອນໝູ່, ຍົກ​ສູງຄຸ​ນະ​ພາບ​ຂອງ​ການ​ປະ​ກອບ​ອາ​ຊີບ​ແລະ​ລະ​ດັບ​ລ​າຍ​ໄດ້​ຂອງ​ປະ​ຊາ​ຊົນ, ເພີ່ມ​ທະ​ວີ​ການ​ສ້າງ​​ລະ​ບົບ​​ປະ​ກັນ​ສັງ​ຄົມ, ຍຶດ​ໝັ້ນ​​​ການ​ສູ້​ຊົນ​ເພື່ອ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ, ປະ​ຕິ​ບັດ​ຍຸດ​ທະ​ສາດ​ຈີນ​ທີ່ມີສຸ​ຂະ​ພາບດີແລະ​ອື່ນໆ.ບົດ​ລາຍ​ງານ​ຍັງ​ໄດ້​ສະ​ເໜີ​ຕື່ມວ່າ, ຕ້ອງ​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດຢ່າງ​ມີ​ຜົນ​ສັກ​ສິດ, ສະ​ກັດ​ກັ້ນ​ຢ່າງ​ແໜ້ນ​ແຟ້ນ​ແລະ​ເດັດ​ດ່ຽວ​ຕໍ່​ຕ້ານ​ການ​​ເຄື່ອນ​ໄຫວດ້ານ​ການ​ເຊື່ອມ​ເຂົ້າ​ແລະ​ທຳ​ລາຍ​ຕ່າງໆ, ການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ​ດ້ວຍ​ຄວາມຮຸນ​ແຮງ, ການ​​ເຄື່ອນ​ໄຫວແບ່ງ​ແຍກ​ຊົນ​ເຜົ່າ​ແລະ​ການ​​ຕໍ່​ຕ້ານເຄື່ອນ​ໄຫວ​ກຸ່ມຫົວ​ຮຸນ​ແຮງ​ທາງສາ​ສະ​ໜາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ