ໄຂ​ກອງ​ປະ​ຊຸມ​ໃຫ​ຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ
2017-10-18 09:09:19  cri 
 ​ກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໃນ​ຕອນ​ເຊົ້າ​ວັນ​ທີ 18 ຕຸ​ລາ​ນີ້, ທ່ານ​ ສີ​ຈິ້ນ​ຜິງ ຕາງ​ໜ້າ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ສະ​ໄໝ​ທີ 18 ຜ່ານ​ບົດ​ລາຍ​ງານ​​ຕໍ່​ກອງ​ປະ​ຊຸມ, ວາງ​ແຜນ​ລວມ​ເພື່ອ​ການ​ພັດ​ທະ​ນາ​ຂອງ​ຈີນ​ໃນ​ອະ​ນາ​ຄົດ.

    ຜູ້​ແທນກອ​ງ​ປະ​ຊຸມ 2200 ກວ່າ​ທ່ານ​ທີ່​ເລືອກ​ຕັ້ງຈາກ​ສະ​ມາ​ຊິກ​ພັກ 89 ລ້ານກວ່າ​ຄົນ​ຈະ​ພິ​ຈາ​ລ​ະ​ນາ​ບົດ​ລາຍ​ງານ​ຂອງ​ທ່ານ ​ສີ​ຈິ້ນ​ຜິງ ແລະ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ຄະ​ນະ​ກວດ​ກາ​ວິ​ໄນ​ສູນ​ກາງ​ພັກ​ສະ​ໄໝ​ກ່ອນ, ສຳຫຼວດ​ພິ​ຈາ​ລະ​ນາ "ກົດ​ລະ​ບຽບ​ພັກ​ກອມ​ມູ​ນິດ​ຈີນ" ສະ​ບັບ​ປັບ​ປຸງ ແລະ​ເລືອກ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ ແລະ​ຄະ​ນະ​ກວດ​ກາ​​ສູນ​ກາງພັກ​ສະ​ໄໝ​ໃໝ່.

    ພັກ​ກອມ​ມູ​ນິດ​ຈີນ​ແມ່ນ​ພັກ​ກຳ​ອຳ​ນາດ​ຂອງ​ຈີນ ແລະ​ ກໍ​ແມ່ນ​ພັກ​ການ​ເມືອງ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ. ກອງ​ປະ​ຊຸມ​ໃຫຍ່​​ທົ່ວ​ປະ​ເທດຂອງ​ພັກ​ກອມ​ມູ​ນິດ​ຈີນ​ຈັດ​ຂຶ້ນ 5 ປີ​ໃດ​ເທື່ອ​ໜຶ່ງ, ກອງ​ປະ​ຊຸມ​ໃຫຍ່​ທົ່ວ​ປະ​ເທດ ແລະ​ ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ທີ່​ເລືອກ​ຕັ້ງ​ໂດຍກອງ​ປະ​ຊຸມ​ໃຫຍ່​ແມ່ນ​ອົງ​ການ​ນຳ​ພາ​ສູງ​ສຸດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ