ບົດ​ລາຍ​ງານກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ:ພັກ​ກອມ​ມູ​ນິດ​ຈີນ​ຍາດ​ໄດ້ຜົນ​ສຳ​​ເລັດ​ດ້ານ​ເສດ​ຖະ​ກິດ​​ທີ່ພົ້ນ​ເດັ່ນ​
2017-10-18 09:13:23  cri 
ທ່ານ ​ສີ​ຈິ້ນ​ຜິງ​ ກ່າວ​ວ່າ, ໂດຍ​​ຜະເຊີນ​ໜ້າ​ກັບ​ເສດ​ຖະ​ກິດ​ທົ່ວ​ໂລກ​ຟື້ນ​ຕົວ​ຊັກ​ຊ້າ​ໃນ 5 ປີ​ຜ່ານ​ມາ, ພັກ​ກອມ​ມູ​ນິດ​ຈີນ​ຍຶດ​ໝັ້ນ​ທັດ​ສະ​ນະ​ການ​ພັດ​ທະ​ນາ​ໃໝ່ ແລະ​ ປ່ຽນ​ແປງ​ຮູບ​ການ​ພັດ​ທະ​ນາ, ເສດ​ຖະ​ກິດ​ຈີນ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ ແລະ ໄດ້​ຮັບ​ຜົນ​ສຳ​ເລັດ​ທີ່​ພົ້ນ​ເດັ່ນ, ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ ຫຼື GDP ໄດ້​ເພີ່ມ​ຂຶ້ນ​ເປັນ 80.000 ຕື້ຢວນ, ອັດ​ຕາ​ປະ​ກອບ​ສ່ວນ​ຕໍ່​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​ໄດ້ຫຼາຍກວ່າ 30%; ໂຄງ​ປະ​ກອບ​ເສດ​ຖະ​ກິດ​ໄດ້​ຮັບ​ການ​ປັບ​ປຸງ​ດີ​ຂຶ້ນ​ເລື້ອຍໆ, ​ຂະ​ແໜງ​ການ​ຈະ​ເລີນ​ໃໝ່ ເຊັ່ນ: ເສດ​ຖະ​ກິດ​ດີ​ຈີ​ຕອນ​ ແລະ ​ອື່ນໆ​​ໄດ້​ພັ​ດ​ທະ​ນາ​ຢ່າງວ່ອງ​ໄວ, ການ​ພັດ​ທະ​ນາ​ກະ​ສິ​ກຳ​ແບບ​ທັນ​ສະ​ໄໝ​ໄດ້​​ກ້າວ​ໄປ​ໜ້າ​ຢ່າງ​ໜັກ​ແໜ້ນ, ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ເປັນ​ຕົ້ນໄດ້​ປະ​ສົບ​ຜົນ​ສຳ​ເລັດຢ່າງ​ພົ້ນ​ເດັ່ນ; ໂຄງ​ການວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ສຳ​ຄັນ​ຕ່າງໆ ເຊັ່ນ: ​ຍານ​ອະ​ວະ​ກາດທ່ຽນກຸ່ງ, ເຮືອ​ດຳ​ນ້ຳ​ທະ​ເລ​ເລິກ​ບັນ​ທຸກ​ຄົນ​ຈ່ຽວ​ໂລງ,  ກ້ອງ​ສ່ອງ​ໄຟ​ຟ້າໜ້າ​ບານ​ທີ່​ມີ​ເສັ້ນ​ຜ່າ​ສູນ​ກາງ 500 ແມັດ ຫຼື FAST,  ດາວ​ທຽມສຳຫຼວດ​ວັດ​ຖຸ​ມືດ (dark matter) ຫງໍ​ຄົງ,  ດາວ​ທຽມ​​ໂທ​ລະ​ຄົມກວນ​ຕຸມ (quantum) ໂມ້​ຈື້, ​ເຮືອ​ບິນ​ໃຫຍ່ ແລະ ອື່ນໆໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຕາມໆ​ກັນ; ການ​ສ້າງ​ສາ​ພັດ​ທະ​ນາເກາະ​ດອນ​ຢູ່​ທະ​ເລ​ຈີນ​ໃຕ້ໄດ້​ມີ​ຄວາມ​ຄືບ​ໜ້າ​ຢ່າງ​ຕັ້ງ​ໜ້າ; ການ​ຄ້າ​ກັບ​ຕ່າງ​ປະ​ເທດ, ການ​ລົງ​ທຶນ​ຕໍ່​ຕ່າງ​ປະ​ເທດ ແລະ ຄັງ​​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ ​ລ້ວນ​ແຕ່​ຢູ່​ລະ​ດັບ​ແຖວ​ໜ້າ​ຂອງ​ໂລກ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ