ບົດ​ລາຍ​ງານກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ :5 ປີ​ຜ່ານ​ມາ​ຈີນ​ມີ 60 ກວ່າ​ລ້ານ​ຄົນຫຼຸ​ດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ
2017-10-18 09:19:53  cri 
ທ່ານ​ ສີ​ຈິ້ນ​ຜິງ​ກ່າວໃນ​ກອງ​ປະ​ຊຸມວ່າ, ພັກ​ກອມ​ມູ​ນິດ​ຈີນລົງ​ເລິກ​ປະ​ຕິ​ບັດ​ແນວ​ຄິດ​ການ​ພັດ​ທະ​ນາ​ທີ່​ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ, ພາ​ລະ​ກິດລົບ​ລ້າງ​ຄວາມ​ທຸກ​ຍາກ​ໄດ້​ມີຄວາມ​ຄືບ​ໜ້າ​​ໃນລັກ​ສະ​ນະ​ຕັດ​ສິນ, ປະ​ຊາ​ກອນ​ທຸກ​ຍາກ 60 ກວ່າ​ລ້ານຄົນ​ໄດ້ຫຼຸ​ດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ຢ່າງ​ແທ້​ຈິງ, ສະ​ເລ່ຍ​ແລ້ວ ທຸກ​ປີ​ຈີນ​ຈະ​ມີ​ປະ​ຊາ​ກອນ 10 ກວ່າ​ລ້ານ​ຄົນຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ, ອັດ​ຕາ​ຄວາມ​ທຸກ​ຍາກ​ຈາກ 10,2% ຫຼຸດ​ລົງ​ເຖິງ​ລະ​ດັບຕ່ຳ​ກວ່າ 4%.

ນັບ​ແຕ່​ຈີນ​ເລີ່ມ​ດຳ​ເນີນ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ເມື່ອ​ປີ 1986 ເປັນ​ຕົ້ນ​ມາ, ຕະຫຼອດ​ໄລ​ຍະ 10 ກວ່າ​ປີ​ໃນ​ສະ​ຕະ​ວັດ​ທີ 21, ສະ​ເລ່ຍ​ແລ້ວ ປະ​ຊາ​ກອນ​ຈີນ​ໄດ້ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ 6 ລ້ານກວ່າ​ຄົນ​ຕໍ່​ປີ, ແຕ່ 5 ປີ​ຜ່ານ​ມາ​ແມ່ນ 10 ກວ່າ​ລ້ານ​ຄົນ​ຕໍ່​ປີ, ອາດ​ເວົ້າ​ໄດ້​ວ່າ​ເປັນ​ຜົນ​ສຳ​ເລັດ​ທີ່​ພົ້ນ​ເດັ່ນ​ທີ່​ສຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ