ບົດ​ລາຍ​ງານກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ :ການ​ຕໍ່​​ສູ້​ຕ້າ​ນ​ການ​ສໍ້​ລາດ​ບັງຫຼວງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ປາ​ກົດ​ມີ​ທ່າ​ແຮງ​ເດັດ​ຖານ
2017-10-18 09:26:26  cri 
ທ່ານ​ ສີ​ຈິ້ນ​ຜິງ ​ກ່າວໃນ​ກອງ​ປະ​ຊຸມວ່າ, 5 ປີ​ຜ່ານ​ມາ, ພັກ​ກອມ​ມູ​ນິດ​ຈີນ​ໄດ້ເດັດ​ດ່ຽວ​ປ່ຽນ​ແປງ​ສະ​ພາບ​ການ​ຄຸ້ມ​ຄອງ​ພັກແບບ​​ໂຍະຍານ, ຈັດ​ຕັ້ງ​ປະ​ຕິ​ບັດ​ໜ້າ​ທີ່​ການ​ເມືອງ​ໃນ​ການ​ຄຸ້ມ​ຄອງ​ພັກ​ທຸກ​ຂັ້ນ, ທົ່ວ​ພັກ​​ມີ​ອຸ​ດົມ​ການ ແລະ ​ຄວາມ​ເຊື່ອ​ຖື​ທີ່​ໜັກ​ແໜ້ນກວ່າ​ເກົ່າ ແລະ ​ມີ​ສະ​ຕິ​ພັກ​ທີ່​ແຂ​ງ​ແກ່ນກວ່າ​ເກົ່າ, ລະ​ບອບ​ກົດ​ລະ​ບຽບພາຍ​ໃນ​ພັກ​ມີ​ຄວາມ​ສົມ​ບູນ​ຂຶ້ນເລື້ອຍໆ, ອອກ​ແຮງ​ແກ້​ໄຂ​ບັນ​ຫາ​​ພົ້ນ​ເດັ່ນ​ທີ່​ປະ​ຊາ​ຊົນ​ມີ​ຫາງ​ສຽງແຮງ​ທີ່​ສຸດ ແລະ ​ເປັນ​ໄພ​ຂົ່ມ​ຂູ່​ທີ່​ຮ້າຍ​ແຮງ​ທີ່​ສຸດ​ຕໍ່​ພື້ນ​ຖານ​ການ​ກຳ​ອຳ​ນາດ​ຂອງ​ພັກ, ເດັດ​ດ່ຽວ "ຕີ​ເສືອ" "ຕົບ​ແມງວັນ" "​ຊອກ​ຈັບໝາ​ຈອກ", ທ່າ​ແຮງ​ເດັດ​ຖານ​ໃນ​ການ​ຕໍ່​ຕ້ານ​ການ​ສໍ້​ລາດ​ບັງຫຼວງ​ໄດ້ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ ​ແລະ ​ໄດ້ຮັບ​ການ​ປັບ​ປຸງ​ດີ​ຂຶ້ນ​ເທື່ອ​ລະ​ກ້າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ