ບົດ​ລາຍ​ງານກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ:ຈີນ​ໄດ້​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່
2017-10-18 09:36:30  cri 
ທ່ານ ​ສີ​ຈິ້ນ​ຜິງ ​ປະ​ກາດ​ວ່າ, ໂດຍ​ຜ່ານ​ຄວາມ​ພະ​ຍາ​ຍາມ​​ມາເປັນ​​​ເວ​ລາດົນ​ນານ, ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ ​ໄດ້​​ກ້າວເຂົ້າ​ສູ່​ໄລ​ຍະ​ໃໝ່ ເຊິ່ງເປັນ​ທີ່​ຕັ້ງ​ປະ​ຫວັດ​ສາດ​ໃໝ່​ສຳ​ລັບ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​​ເຮົາ ເຊິ່ງ​ໝາຍ​ຄວາມ​ວ່າ ຈີນ​ໄດ້​ມີ​ການ​ກ້າວ​ກະ​ໂດດຢ່າງ​ຍິ່ງ​ໃຫຍ່ ​ໂດຍຈາກ​ການ​ລຸກ​ຂຶ້ນ, ​ການ​ຮັ່ງ​ມີ​ຂຶ້ນ ຈົນ​ຮອດ​ການ​ເຂັ້ມ​ແຂງ​ຂຶ້ນ, ເຊິ່ງໄດ້ເປີດ​ເສັ້ນ​ທາງອັນ​ກວ້າງ​ຂວາງ​ໃຫ້​ແກ່​​ປະ​ເທດ​ພວມ​ພັດ​ທະ​ນາ ​ເພື່ອກ້າວ​ໄປ​ສູ່​ການຫັນ​ເປັນທັນ​ສະ​ໄໝ, ກໍ​ເປັນ​ທາງເລືອກ​ໃໝ່​ໃຫ້​ແກ່​ປະ​ເທດ ແລະ ຊົນ​ຊາດ​​ທີ່ຢາກເລັ່ງພັດ​ທະ​ນາ ທັງຢາກຮັກ​ສາ​ຄວາມ​ເປັນ​ເອ​ກະ​ລາດ​ຂອງ​ຕົນ ​ເຊິ່ງ​ເປັນ​ການອຸ​ທິດ​ສະ​ຕິ​ປັນ​ຍາ ແລະ​ ແມ່​ແບບ​ຂອງ​ຈີນ ​ເພື່ອແກ້​ໄຂ​ບັນ​ຫາ​ຂອງມວນ​ມະ​ນຸດ.

ທ່ານ ​ສີ​ຈິ້ນ​ຜິງ ​ຊີ້​ອອກວ່າ, ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ ໄດ້​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່ ເຊິ່ງ​ເປັນຍຸກ​ທີ່ສືບ​ຕໍ່​ຍາດ​ເອົາ​ໄຊ​ຊະ​ນະ​ອັນ​ຍິ່ງ​ໃຫຍ່​ແຫ່ງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ພາຍ​ໃຕ້​ເງື່ອນ​ໄຂ​​ປະ​ຫວັດ​ສາດ​​ໃໝ່, ເປັນ​ຍຸກ​ທີ່​ສູ້​ຊົນເພື່ອສ້າງສັງຄົມອີ່ມໜຳສຳລານໃນໄລ​ຍະສຸດ ທ້າຍໃຫ້ສຳເລັດຢ່າງຮອບດ້ານ ແລ້ວ​ສ້າງ​ສາ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທັນ​ສະ​ໄໝ​ເຂັ້ມ​ແຂງ​, ເປັນ​ຍຸກ​​ທີ່​ ພະ​ຍາ​ຍາມ​ສຸດ​ຂີດ​ ເພື່ອ​ບັນ​ລຸ​ຄວາມ​ໃຝ່​ຝັນຂອງ​ຈີນ​ທີ່​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນຄືນ​ໃໝ່ ແລະ ​ເປັນ​ຍຸກທີ່​ປະ​ເທດ​ເຮົາ​ນັບ​ມື້​ກ້າວ​ເຂົ້າ​ສູ່​ຈຸດໃຈ​ກາງໃນ​ເວ​ທີ​ສາ​ກົນ ແລະ​ ປະ​ກອບ​ສ່ວນເຂົ້າ​ໃນ​ພາ​ລະ​ກິດ​ກ້າ​ວ​ໜ້າ​ຂອງມວນ​ມະ​ນຸດ​ຢ່າງ​ບໍ່​ຢຸດ​ຢັ້ງ​ ແລະ ຫຼາຍກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ