ບົດ​ລາຍ​ງານກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ :ຄວາມ​ຂັດ​ແຍ້ງ​ຕົ້ນ​ຕໍ​ໃນ​ສັງ​ຄົມຈີນ​ໄດ້​ມີ​ການ​ປ່ຽນ​ແປງ
2017-10-18 09:40:11  cri 
ທ່ານ ​ສີ​ຈິ້ນ​ຜິງ​ກ່າວ ​ວ່າ, ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ກ້າວ​ເຂົ້າ​ສູ່ຍຸກໃໝ່, ຄວາມ​ຂັດ​ແຍ້ງ​ຕົ້ນ​ຕໍ​ໃນ​ສັງ​ຄົມ​ຂອງ​ປະ​ເທດ​​ເຮົາ​ໄດ້​ຫັນ​ມາ​ເປັນ ຄວາມ​ຂັດ​ແຍ້ງ​ລະ​ຫວ່າງ ຄວາມ​ຕ້ອງ​ການດ້າ​ນ​ຊີ​ວິດ​ການ​ເປັນ​ຢູ່​​ອັນ​ດີ​ງາມ​​ທີ່​ນັບ​ມື້​ເພີ່ມ​ຂຶ້ນຂອງ​ປະ​ຊາ​ຊົນ ກັບ ການ​ພັດ​ທະ​ນາ​ທີ່​ບໍ່​​ດຸ່ນ​ດ່ຽງ​ ແລະ ບໍ່ເຕັມ​ສ່ວນ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ຕື່ມ​ວ່າ, ປະ​ເທດ​​ເຮົາຈະ​ສ້າງ​ສັງ​ຄົມ​ອີ່ມ​ໜຳ​ສຳ​ລານ​ໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ, ປະ​ຊາ​ຊົນ​​ບໍ່​ພຽງ​ແຕ່​ໄດ້​ມີ​ຄວາມຮຽກ​ຮ້ອງ​ຕ້ອງ​ການ​ ​ຕໍ່​ຊີ​ວິດ​​ການ​ເປັນ​ຢູ່ດ້ານ​ວັດ​ຖຸ​ ແລະ ວັດ​ທະ​ນະ​ທຳ​ຫຼາຍກວ່າ​ເກົ່າເທົ່າ​ນັ້ນ, ​ຫາກ​ຍັງ​ມີ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ດ້ານປະ​ຊາ​ທິ​ປະ​ໄຕ, ການ​ປົກ​ຄອງ​ຕາມ​ກົດ​ໝ​າຍ, ຄວາມ​ທ່ຽງ​ທຳ, ຄວາມ​ເປັນ​ທຳ, ຄວາມ​ປອດ​ໄພ, ສິ່ງ​ແວ​ດ​ລ້ອມ ແລະ ​ອື່ນໆນັບ​ມື້ຫຼາຍ​ຂຶ້ນ. ​ບັນ​ຫາ​ທີ່​ພົ້ນ​ເດັ່ນ​ກວ່າ​ນັ້ນ​ກໍ​ຄື ການ​ພັດ​ທະ​ນາ​​ບໍ່​ດຸ່​ນ​ດ່ຽງ​ ​ ແລະ ບໍ່​ເຕັມ​ສ່ວນ ໄດ້​ກາຍ​ເປັນ​ປັດ​ໄຈ​ຕົ້ນ​ຕໍ​ທີ່​ຈຳ​ກັດຂັດ​ຂວາງການ​ຕອບ​ສະ​ໜອງ​​ຕາມຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ດ້ານ​ຊີ​ວິດ​ການ​ເປັນ​ຢູ່​ອັນ​ດີ​ງາມ​ທີ່​ນັບ​ມື້​​ເພີ່ມ​ຂຶ້ນ​ຂອງ​ປະ​ຊາ​ຊົນ. ສະ​ພາບ​​ພື້ນ​ຖານ​​ແຫ່ງ​ຊາດ​ຂອງ​ພວກ​ເຮົາ​ ຄື ປະ​ເທດ​​ເຮົາ​ຍັງ​ຢູ່ ແລະ ຈະຢູ່​ໃນ​ໄລ​ຍະ​​ຕົ້ນ​ຂອງ​ສັງ​ຄົມ​ນິ​ຍົມ​ເປັນ​ໄລ​ຍະ​ຍາວນານ, ຖາ​ນະ​ສາ​ກົນ​ທີ່ເປັນ​ປະ​ເທດ​ພວມ​ພັດ​ທະ​ນາ​ໃຫຍ່​ທີ່​ສຸດ​ໃນ​ໂລກນັ້ນ​ກໍ​ບໍ່​ໄດ້​ປ່ຽນ​ແປງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ