ບົດ​ລາຍ​ງານກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ :ເປີດ​ເຜີຍ ແນວ​ຄິດ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​​ໃນ​ຍຸກ​ໃໝ່ເປັນ​ຄັ້ງ​ທຳ​ອິດ
2017-10-18 09:59:46  cri 
ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ, ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ເປັນ​ຕົ້ນ​ມາ, ແນວ​ຄິດ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໄດ້​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ.
ແນວ​ຄິດ​ດັ່ງ​ກ່າວ​ໄດ້ລົງ​ເລິກ​ຄວາມ​ເຂົ້າ​ໃຈ​ຕໍ່ກົດ​ເກນ​ກຳ​ອຳ​ນາດ​ຂອງ​ພັກ​ກອມ​ມູ​ນິດ, ກົດ​ເກນ​ສ້າງ​ສາ​ສັງ​ຄົມ​ນິ​ຍົມ ແລະ ​ກົດ​ເກນ​ການ​ພັດ​ທະ​ນາ​ຂອງ​ສັງ​ຄົມ​ມະ​ນຸດ ດ້ວຍ​ສາຍ​ຕາ​ໃໝ່​ອ່ຽມ ໂດຍ​ສະ​ເໜີ​ອອກ​ມາ​ວ່າ, ​ເມື່ອ​ຮອດ​ກາງ​ສະ​ຕະ​ວັດ​ນີ້, ສ້າງ​ປະ​ເທດ​ຈີນ​ໃຫ້​ເປັນ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທັນ​ສະ​ໄໝ​ເຂັ້ມ​ແຂງ ທີ່​ມັ່ງ​ຄັ່ງ​ເຂັ້ມ​ແຂງ, ປະ​ຊ​າ​ທິ​ປະ​ໄຕ, ສີ​ວິ​ໄລ, ກົມ​ກຽວ ແລະ ສວຍ​ງາມ​ ໂດຍ​ແບ່​ງ​ເປັນ​ສອງ​ບາດ​ກ້າວ ບົນ​ພື້ນ​ຖານ​ແຫ່ງ​ການ​ສ້າງ​ສັງ​ຄົມ​ອີ່ມ​ໜຳ​ສຳ​ລານໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານເມື່ອ​ປີ 2020.
ແນວ​ຄິດ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນຮຽກ​ຮ້ອງ​ໃຫ້​ພັກ​ກຳ​ອຳ​ນາດ​ຕ້ອງ​ຍຶດ​ໝັ້ນ​ແນວ​ຄິດ​ພັດ​ທະ​ນາ​ທີ່​ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ, ຊຸກ​ຍູ້​ການ​ພັດ​ທະ​ນາ​ຮອບ​ດ້ານ​ຂອງ​ຄົນ ແລະ​ປະ​ຊາ​ຊົນ​ທຸກ​ຖ້ວນ​ໜ້າ​ຮັ່ງ​ມີ​ຮ່ວມ​ກັນ ແລະ ​ຍັງ​ໄດ້​​ວາງຄວາມ​ຮຽກ​ຮ້ອງ​ລະ​ອຽດ​ຕໍ່ແຜນ​ຜັງ​ລວມ, ການ​ວາງ​ແຜນ​ຍຸດ​ທະ​ສາດ, ທິດ​ທາງ​ພັດ​ທະ​ນາ, ສິ່ງ​ຮັບ​ປະ​ກັນ​​ທາງ​ການ​ເມືອ​ງ ແຫ່ງ​ພາ​ລະ​ກິດສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ