ບົດລາຍງານກອງປະຊຸມໃຫຍ່ຄັ້ງທີ 19 ເປີດເຜີຍວ່າ, ເມື່ອຮອດກາງສະຕະວັດນີ້, ສ້າງປະເທດຈີນໃຫ້ເປັນປະເທດສັງຄົມນິຍົມທັນສະໄໝທີ່ເຂັ້ມແຂງ ບົນພື້ນຖານແຫ່ງການສ້າງສັງຄົມອີ່ມໜຳສຳລານໃຫ້ສຳເລັດຢ່າງຮອບດ້ານເມື່ອປີ 2020.
ບົດລາຍງານຂຽນວ່າ, ເມື່ອຮອດປີ 2035, ພວກເຮົາຈະສູ້ຊົນເພື່ອບັນລຸການສ້າງປະເທດສັງຄົມນິຍົມທີ່ທັນສະໄໝໃນຂັ້ນພື້ນຖານ. ກຳລັງແຮງດ້ານເສດຖະກິດ, ວິທະຍາສາດເຕັດໂນໂລຊີຂອງປະເທດເຮົາຈະສູງຂຶ້ນຢ່າງຫຼວງຫຼາຍ ແລະ ກຳລັງໄມ້ອ່ອນດ້ານວັດທະນະທຳຂອງປະເທດເຮົາເຂັ້ມແຂງຂຶ້ນຢ່າງພົ້ນເດັ່ນ; ປະເທດທີ່ປົກຄອງຕາມກົດໝາຍ, ລັດຖະບານທີ່ບໍລິຫານຕາມກົດໝາຍ ແລະ ສັງຄົມທີ່ຄຸ້ມຄອງຕາມກົດໝາຍໄດ້ສ້າງຂຶ້ນໂດຍພື້ນຖານ, ລະບົບ ແລະ ຄວາມສາມາດການປົກຄອງປະເທດໄດ້ຫັນເປັນທັນສະໄໝໂດຍພື້ນຖານ. ຊີວິດການເປັນຢູ່ຂອງປະຊາຊົນຮັ່ງມີກວ່າເກົ່າ, ອັດຕາສ່ວນກຸ່ມຄົນລາຍຮັບປານກາງໄດ້ເພີ່ມຂຶ້ນຢ່າງພົ້ນເດັ່ນ, ຫຼຸດຄວາມແຕກໂຕນກັນດ້ານການພັດທະນາລະຫວ່າງທ້ອງຖິ່ນ ແລະ ດ້ານລາຍຮັບຂອງປະຊາຊົນຢ່າງພົ້ນເດັ່ນ, ການບໍລິການສາທາລະນະພື້ນຖານມີຄວາມສະເໝີພາບກັນໂດຍພື້ນຖານ, ໄດ້ປ່ຽນແປງສິ່ງແວດລ້ອມຊີວະນາໆພັນໃນຂັ້ນກົກຮາກ ເພື່ອບັນລຸເປົ້າໝາຍສ້າງປະເທດຈີນທີ່ສວຍງາມໂດຍພື້ນຖານ.
ບົດລາຍງານຂຽນວ່າ, ເມື່ອຮອດກາງສະຕະວັດນີ້, ຈີນຈະສ້າງເປັນປະເທດສັງຄົມນິຍົມທັນສະໄໝເຂັ້ມແຂງທີ່ມັ່ງຄັ່ງເຂັ້ມແຂງ, ປະຊາທິປະໄຕ, ສີວິໄລ, ກົມກຽວກັນ ແລະ ສວຍງາມ, ປະເທດເຮົາຈະມີລະບົບການປົກຄອງ ແລະ ຄວາມສາມາດການປົກຄອງທີ່ຫັນເປັນທັນສະໄໝ, ກາຍເປັນປະເທດນຳໜ້າທາງດ້ານກຳລັງແຮງສັງລວມ ແລະ ມີອິດທິພົນນຳໜ້າໃນເວທີສາກົນ, ທົ່ວປວງຊົນທັງຊາດຮັ່ງມີຂຶ້ນພ້ອມກັນໂດຍພື້ນຖານ, ປະຊາຊົນຈີນຈະມີຊີວິດການເປັນຢູ່ຮັ່ງມີຜາສຸກກວ່າເກົ່າ, ປະຊາຊາດຈີນຈະພົ້ນເດັ່ນຂຶ້ນໃນໂລກດ້ວຍຄວາມສະຫງ່າຜ່າເຜີຍ.