ບົດ​ລາຍ​ງານກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ:ຈີນ​ຈະປະ​ຕິ​ບັດ​ຍຸດ​ທະ​ສາດ​​ການພັດ​ທະ​ນາ​ຊົນ​ນະ​ບົດ
2017-10-18 10:38:48  cri 
ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສະ​ເໜີ​ຍຸດ​ທະ​ສາດ​​ການພັດ​ທະ​ນາ​ຊົນ​ນະ​ບົດ​ອອກ​ມາ​ເປັນ​ຄັ້ງ​ທຳ​ອິດ​ໃນ​ບົດ​ລາຍ​ງານກອງ​ປະ​ຊຸມ ເຊິ່ງ​ລວມ​ທັງ​ການປັບ​ປຸງ​ບູ​ລະ​ນະ​ລະ​ບົບ​ກົນ​ໄກ ແລະ ນະ​ໂຍ​ບາຍທີ່​ຊຸກ​ຍູ້ພັດ​ທະ​ນາ​ຕົວ​ເມືອງ​ ແລະ ຊົນ​ນະ​ບົດຢ່າງ​ເຊື່ອມ​ໂຍງ​ເຂົ້າ​ກັນ​ໃຫ້​ສົມ​ບູນ​ຂຶ້ນ, ເລັ່ງ​​ຊຸກ​ຍູ້​​ການ​ສ້າງຄວາມທັນ​ສະ​ໄໝ​ດ້ານກະ​ສິ​ກຳ​ ແລະ ຊົນ​ນະ​ບົດ​. ປັບ​ປຸງ​ບູ​ລະ​ນະ​ລະ​ບຽບ​ການ​ທຸ​ລະ​ກິດ​ພື້ນ​ຖານ​ຂອງຊົນ​ນະ​​ບົດ​ໃຫ້​ສົມ​ບູນ​ຂຶ້ນ, ການ​ຮັບ​ເໝົາ​ທີ່​ດິນ​ຮອບ​ທີສອງ​ໝົດ​ອາ​ຍຸ​ແລ້ວ ​​​ກໍສາ​ມາດ​ຕໍ່ໄດ້​ອີກ​ 30 ​ປີ, ລົງ​ເລິກ​ການ​ປະ​ຕິ​ຮູບ​ລະ​ບອບ​ກຳ​ມະ​ສິດ​ລວມໝູ່​ຂອງ​ຊົນ​ນະ​ບົດ, ຮັບ​ປະ​ກັນ​ສິດ​ ແລະ ​ຜົນ​ປະ​ໂຫຍດ​ດ້ານ​ຊັບ​ສິນ​ຂອງ​ກະ​ສິ​ກອນ, ສ້າງ​ຄວາມ​ເຂັ້ມ​ແຂງໃຫ້​ແກ່​ເສດ​ຖະ​ກິດ​​ລວມໝູ່, ສ້າງ​ລະ​ບົບ​​ອຸດ​ສາ​ຫະ​ກຳ, ລະ​ບົບ​ການ​ຜະ​ລິດ ແລະ ລະ​ບົບ​ທຸ​ລະ​ກິດ​ຂອງ​ກະ​ສິ​ກຳ​ທັນ​ສະ​ໄໝ, ບູ​ລະ​ນະ​ລະ​ບຽບ​ການ​ສະ​ໜັບ​ສະ​ໜູນ​ ແລະ ຮັບ​ປະ​ກັນ​ທາງ​​ກະ​ສິ​ກຳ, ສະ​ໜັບ​ສະ​ໜູນ​ ແລະ ສົ່ງ​ເສີມກະ​ສິ​ກອນ​ປະ​ກອບ​ອາ​ຊີບ​ ແລະ ດຳ​ເນີນ​ທຸ​ລະ​ກິດ, ເປີດກວ້າງ​ຊ່ອງ​ທາງ​ສ້າງລາຍຮັບ, ປັບ​ປຸງ​ລະ​ບົບ​​ຄຸ້ມ​ຄອງ​ຊົນ​ນະ​ບົດໃຫ້​ສົມ​ບູນ​ຂຶ້ນ ແລະ​ອື່ນໆ.
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ