ບົດ​ລາຍ​ງານກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ:ຈີນ​ຈະເປີດກວ້າງ​ການ​ເປີດ​ປະ​ຕູຢ່າງ​ຕໍ່​ເນື່ອງ
2017-10-18 10:45:46  cri 
ບົດ​ລາຍ​ງານ​ສະ​ເໜີ​ອອກ​ມາ​ວ່າ, ຈີນ​ຈະເນັ້ນການ​​ສ້າງສາ "ໜຶ່ງ​ແລວ​ທາງໜຶ່ງເສັ້ນ​ທາງ", ເຄົາ​ລົບຫຼັກ​ການ​ປຶກ​ສາ​ຫາ​ລື​ຮ່ວມ​ກັນ, ສ້າງສາ​ຮ່ວມ​ກັນ ແລະ ​ຊົມ​ໃຊ້​ຮ່ວມ​ກັນ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ທີ່​ເປີດ​ກ​ວ້າງ​ເພື່ອ​ຍົກ​ສູງ​ຄວາມ​ສາ​ມາດ​ປະ​ດິດ​ສ້າງ​ໃໝ່​, ​ເຮັດ​ໃຫ້ສະ​ພາບ​ການ​ເປີດ​ປະ​ຕູ ​ທັງ​ທາງ​ບົກ ​ແລະ ທາງ​ທະ​ເລ ທັງພາຍ​ໃນ​ ແລະ ພາຍນອກ​ພັດ​ທະ​ນາ​ພ້ອມ​ກັນໃຫ້​ຈໍ່​ຕົວ​ຂຶ້ນ, ພາກ​ຕາ​ເວັນ​ອອກ ແລະ​ ຕາ​ເວັນ​ຕົກ​ຕ່າງ​ກໍ​ຊ່ວຍ​ຊູ​ຍູ້​ໜູນ​ກັນ, ຊຸກ​ຍູ້​ການ​ສ້າງສາປະ​ເທດ​ເຂັ້ມ​ແຂງດ້ານ​ການ​ຄ້າ. ​ປະ​ຕິ​ບັດ​ນະ​ໂຍ​ບາຍ​​ການ​ຄ້າ​ ແລະ​ ການ​ລົງ​ທຶນຢ່າງເສ​ລີ​ ແລະ ​ມີ​ຄວາມ​ສະ​ດວກ​ສະ​ບາຍ​ໃນ​ລະ​ດັບ​ສູງ, ​ປະ​ຕິ​ບັດ​ລະ​ບຽບ​ການຄວາມ​ເທົ່າ​ທຽມ​ກັບ​ພົນ​ລະ​ເມືອງ​ ແລະ ລະ​ບຽບ​ການ​ບັນ​ຊີ​ທາງ​ລົບ​ກ່ອນ​ການ​ອະ​ນຸ​ຍາດ​ເຂົ້າ​ຕະຫຼາດ​ຈີນ, ຜ່ອນ​ຜັນຄວາມ​ຈຳ​ກັດ​ອະ​ນຸ​ຍາດ​ເຂົ້າ​ຕະຫຼາດ​ຢ່າງ ກວ້າງ​ຂວາງ, ເປີດ​ກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຂະ​ແໜງ​ການ​ບໍ​ລິ​ການ, ເພີ່ມ​ທະ​ວີ​ການ​ຮັບ​ປະ​ກັນ​ສິດ​ ແລະ ​ຜົນ​ປະ​ໂຫຍດ​ຖືກ​ຕ້ອງ​ຕາມ​ກົດ​ໝາຍຂອງ​​ນັກລົງ​ທຶນ​ຕ່າງ​ປະ​ເທດ. ວິ​ສາ​ຫະ​ກິດ​ທີ່​ໄດ້​ຂຶ້ນ​ທະ​ບຽນ​ຢູ່​ພາຍ​ໃນປະ​ເທດ​ເຮົາ ​ກໍ​ມີ​ສິດ​ສະ​ເໝີ​ພາບ​ກັນ; ມອບ​ສິດ​ເປັນ​ເຈົ້າ​ຕົນ​ເອງໃນ​ການ​ປະ​ຕິ​ຮູບແກ່ເຂດ​ທົດ​ລອງ​ການ​ຄ້າ​ເສ​ລີ​ໃຫ້ຫຼາຍກວ່າ​ເກົ່າ​, ຄົ້ນ​ຄວ້າ​ການ​ສ້າງ​ທ່າ​ກ່ຳ​ບັ່ນ​ການ​ຄ້າ​ເສ​ລີ, ຊຸກ​ຍູ້​ການ​ຮ່ວມ​ມື​ສາ​ກົນ​ດ້ານ​ຄວາມ​ສາ​ມາດ​ການ​ຜະ​ລິດ, ສ້າງ​ເຄືອ​ຂ່າຍ​​ການ​ຄ້າ, ການ​ລົງ​ທຶນ ແລະ ​ລະ​ດົມ​ທຶນ, ການ​ຜະ​ລິດ​ ແລະ ​ການບໍ​ລິ​ການທີ່​ເປີດ​ປະ​ຕູ​ສູ່​ທົ່ວ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ