ບົດ​ລາຍ​ງານກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ:ບົດ​ລາຍ​ງານກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ ຈີນ​ຈະເພີ່ມ​ທະ​ວີ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ແລະ​ ການ​ຕິດ​ຕາມກວດ​ກາ​​ການ​ຈັດ​ຕັ້ງ​ປະ​ຕິ​ບັດລັດ​ຖະ​ທຳ​ມະ​ນູນ
2017-10-18 11:14:41  cri 
ບົດ​ລາຍ​ງານ​ສະ​ເໜີ​ອອກ​ມາ​ວ່າ, ຈີນ​ຈະສ້າງ​​ຕັ້ງ​ໜ່ວຍຊີ້​ນຳ​ນຳ​ພາ​ການ​ປົກ​ຄອງ​ປະ​ເທດ​ຕາມ​ກົດ​ໝາຍ​ຢ່າງ​ຮອບ​ດ້ານ​ຂັ້ນ​ສູນ​ກາງ, ເພື່ອເພີ່ມ​ທະ​ວີ​ການ​ນຳ​ພາ​ເປັນ​ເອ​ກະ​ພາບ​ຕໍ່​ການ​​ສ້າງ​​ປະ​ເທດ​ຈີນ​ທີ່​ປົກ​ຄອງ​ຕາມ​ກົດ​ໝາຍ. ເພີ່ມ​ທະ​ວີ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ແລະ​ ການ​ຕິດ​ຕາມກວດ​ກ​​າການ​ຈັດ​ຕັ້ງ​ປະ​ຕິ​ບັດລັດ​ຖະ​ທຳ​ມະ​ນູນ, ຊຸກ​ຍູ້​ວຽ​ກ​ງານກວດ​ກາ​ທີ່​ຖືກ​​ຕ້ອງກັບ​ລັດ​ຖະ​ທຳ​ມະ​ນູນ, ​ປົກ​ປ້ອງ​ຄວາມ​ສັກ​ສິດ​ຂອງ​ລັດ​ຖະ​ທຳ​ມະ​ນູນ. ບົດ​ລາຍ​ງານ​ຮຽກ​ຮ້ອງ​ໃຫ້ການ​ຈັດ​ຕັ້ງ​ພັກ​​ທຸກຂັ້ນ​ ແລະ ສະ​ມາ​ຊິກ​ພັກ​ທຸກສະ​ຫາຍ​ຕ້ອງ​ນຳ​ໜ້າ​ເຄົາ​ລົບ​ກົດ​ໝາຍ, ຮຽນຮູ້​ກົດ​​ໝາຍ, ປະ​ຕິ​ບັດ​ຕາມ​ກົດ​ໝາຍ ແລະ​ ນຳ​ໃຊ້​ກົດ​ໝາຍ, ​ຫ້າມ​ບໍ່​ໃຫ້​​ອົງ​ການ​ໃດໆ ແລະ ​ບຸກ​ຄົນ​ໃດໆມີ​ອະ​ພິ​ສິດ​ເໜືອ​ລັດ​ຖະ​ທຳ​ມະ​ນູນ ​ແລະ ກົດ​ໝາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ