ບົດ​ລາຍ​ງານກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ :ຈີນ​ຈະ​ເຮັດ​ໃຫ້​ເດັກ​ນ້ອຍ​ທຸກ​ຄົນ​​ໄດ້​ຮັບການ​ສຶກ​ສາ​ຢ່າງ​ຍຸຕິ​ທຳ​ ແລະ ມີ​ຄຸນ​ນະ​ພາບ
2017-10-18 11:17:22  cri 
ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ການ​ສ້າງ​ປະ​ເທດ​ເຂັ້ມ​ແຂງ​ດ້ານ​ການ​ສຶກ​ສາ​ເປັນ​ໂຄງ​ການ​ພື້ນ​ຖານ​ທີ່​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ​ຄືນ​ໃໝ່, ຕ້ອງ​ຖື​ພາ​ລະ​ກິດ​ການ​ສຶກ​ສາ​ເປັນ​ບຸ​ລິ​ມະ​ສິດ. ຊຸກ​ຍູ້​ໃຫ້​ການ​ສຶກ​ສາ​ພາກ​ບັງ​ຄັບ​ຢູ່​ຊົນ​ນະ​ບົດ ແລະ​ ຕົວ​ເມືອງ​ພັດ​ທະ​ນາເປັນ​ໜຶ່ງ​ດຽວ, ​​ເອົາ​ໃຈ​ໃສ່​ສູງ​ຕໍ່​ການ​ສຶກ​ສາ​ພາກ​ບັງ​ຄັບ​ຢູ່​ຊົນ​ນະ​ບົດ, ດຳ​ເນີນ​ການ​ສຶກ​ສາ​ກ່ອນ​​​ຊັ້ນ​ປະ​ຖົມ, ການ​ສຶກ​ສາ​​ພິ​​ເສດ ແລະ ການ​ສຶກ​ສາ​ທາງ​ອິນ​ເຕີ​ເນັດ, ຜັນ​ຂະ​ຫຍາຍ​ການ​ສຶກ​ສາ​ມັດ​ທະ​ຍົມຕອນປາ​ຍ​ໃຫ້​ທົ່ວ​ເຖິງ; ເລັ່ງ​​ການ​ກໍ່​ສ້າງ​ມະ​ຫາ​ວິ​ທະ​ຍາ​ໄລ​ລະ​ດັບໜຶ່ງ ແລະ ​ວິ​ຊາ​ລະ​ດັບ​​ໜຶ່ງ, ບູ​ລະ​ນະ​ລະ​ບຽບ​ການ​ອຸດ​ໜູນ​ນັກ​ຮຽນ​ນັກ​ສຶກ​ສາ, ເຮັດ​ໃຫ້​ແຮງ​ງານ​ສ່ວນຫຼາຍ​ທີ່​ສຸດ​ທີ່​ເພີ່ມ​​ໃໝ່​ໃນ​ຕົວ​ເມືອງ​ ແລະ ຊົນ​ນະ​ບົດ​ໄດ້​ຮັບ​ການ​ສຶກ​ສາ​ມັດ​ທະ​ຍົມ​ຕອນ​ປາຍ ແລະ ພະ​ຍາ​ຍາມ​ເຮັດ​ໃຫ້​ເຂົາ​ເຈົ້າໄດ້​ຮັບ​ການ​ສຶກ​ສາ​ຊັ້ນ​ສູງ​ໃຫ້ຫຼາຍກວ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ