ບົດ​ລາຍ​ງານກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ:ປະ​ຊາ​ກອນ​ທຸກ​ຍາກ​ຢູ່​ເຂດ​ຊົນ​ນະ​ບົດຈີນ​ຈະຫຼຸດພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກຢ່າງ​ສິ້ນ​ເຊີງເມື່ອ​ປີ 2020
2017-10-18 11:23:10  cri 
ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ຮັບ​ປະ​ກັນ​​ໃຫ້ຜູ້​ທຸກ​ຍາກ​ໃນ​ຊົນ​ນະ​ບົດ​ທີ່​ຕ່ຳ​ກວ່າ​ມາດ​ຕະ​ຖານ​ຄວາມ​ທຸກ​ຍາກ​ປັດ​ຈຸ​ບັນ ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ ແລະ ​ຈະ​ບໍ່​ມີ​ເມືອງ​ທຸກ​ຍາກ​ຢ່າງ​ສິ້ນ​ເຊີງ ເມື່ອ​ປີ 2020, ແກ້​ໄຂ​ຄວາມ​ທຸກ​ຍາກສະ​ເພາະ​ເຂດ​ທ້ອງ​ຖິ່ນ ແລະ ​ສຳ​ເລັດ​ໜ້າ​ທີ່ຊ້ວຍ​ຜູ້​ທຸກ​ຍາກ​ແທ້ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ ແລະ ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​​ຢ່າງ​ແທ້​ຈິງ.

ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ດັ່ງ​ກ່າວ, ພັກ​ກອມ​ມູ​ນິດ​ຈີນ​ຕ້ອງ​ລະ​ດົມ​ຂົນ​ຂວາຍ​ກຳ​ລັງ​ແຮງ​ຂອງ​ທົ່ວ​ພັກ, ທົ່ວ​ປະ​ເທດ ແລະ ​ທົ່ວ​ສັງ​ຄົມ, ຍຶດ​ໝັ້ນ​ລົບ​ລ້າງ​ຄວາມ​ທຸກ​ຍາກ​​ ແລະ ຫຼຸດພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ໄປ​ຕາມ​ເປົ້າ​ທີ່​ແນ່ນອນ ຍຶດ​ໝັ້ນ​ກົນ​ໄກດຳ​ເນີນ​ງານ​ທີ່​​ຂັ້ນສູນ​ກາງວາງ​ແຜນ​ເປັນ​ເອ​ກະ​ພາບກັນ, ຂັ້ນແຂວງ​ຮັບ​ຜິດ​ຊອ​ບ​ລວມ, ຂັ້ນ​ເມືອງຈັດ​ຕັ້ງ​ປະ​ຕິ​ບັດ​ຕົວ​ຈິງ, ເພີ່ມ​ຄວາມ​ເຂັ້ມ​ແຂງ​ຂອງ​ລະ​ບ​ຽບ​ການ​​ທີ່​ຫົວ​ໜ້າ​ໃຫຍ່​ທາງ​ພັກ​ລັດ​ຮັບ​ຜິດ​ຊອບ​ໂດຍ​ລວມ, ຍຶດ​ໝັ້ນ​ໂຄງ​ຮ່າງ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກແບບ​ສັງ​ລວມ, ​ເນັ້ນ​ໃສ່​ເຮັດ​ໃຫ້​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ປະ​ສົມ​ປະ​ສານ​ກັບ​ການ​ເພີ່ມຄວາມ​ໝັ້ນ​ໃຈ​ອຸ​ດົມ​ການ ແລະ ເພີ່ມ​ພູນ​ຄູນ​ສ້າງ​ສະ​ຕິ​ປັນ​ຍາ​ດ້ານຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​​ຕາມ​ເປົ້າ​ໝາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ