ບົດ​ລາຍ​ງານກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ:ຈີນ​ສະ​ເໜີການ​ບໍ​ລິ​ການ​ຮັກ​ສາ​ສຸ​ຂະ​ພາບປະ​ຊາ​ຊົນ​ຕະຫຼອດ​ຊີ​ວິດ​ຢ່າງ​ຮອບ​ດ້ານ​ອອກ​ມາ​ເປັນ​ຄັ້ງ​ທຳ​ອິດ
2017-10-18 11:25:26  cri 
ບົດ​ລາຍ​ງານ​ຂຽນ​ວ່າ, ສ້າງ​ລະ​ບຽບ​ການ​ປິ່ນ​ປົວ​ຂັ້ນ​ພື້ນ​ຖານ, ລະ​ບຽບ​ການປະ​ກັນ​ການ​ປິ່ນ​ປົວ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ ແລະ ລະ​ບົບ​ການ​ບໍ​ລິການການ​ປິ່ນ​ປົວ ແລະ ​ສາ​ທາ​ລະ​ນະ​ສຸກ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ປັບ​ປຸງ​ບູ​ລະ​ນະ​ລະ​ບຽບ​ການ​ຄຸ້ມ​ຄອງ​ໂຮງ​ໝໍແບບ​​ທັນ​ສະ​ໄໝ. ເສີມ​ສ້າງ​ລະ​ບົບ​ການ​ບໍ​ລິ​ການ​​ການປິ່ນ​ປົວ ແລະ ​ສາ​ທາ​ລະ​ນະ​ສຸກ​ຢູ່​ຂັ້ນ​ຮາກ​ຖານ ແລະ​ ຖັນ​ແຖວ​ແພດ​ໝໍ​​ທົ່ວ​ໄປ. ຍົກ​ເລີກການ​ເກື້ອ​ກູນ​ໂຮງ​ໝໍ​ດ້ວຍ​​ກຳ​ໄລການ​ຂາຍ​ຢາ​ຢ່າງ​ຮອບ​ດ້ານ, ປັບ​ປຸງ​ລະ​ບຽບ​ການ​ຮັບ​ປະ​ກັນ​ການ​ສະ​ໜອງ​ຢາ​. ໂດຍ​ເນັ້ນ​ໃສ່​ຖື​ເອົາ​ການ​ປ້ອງ​ກັນ​ເປັນຫຼັກ, ປ້ອງ​ກັນ ແລະ ​ຄວບ​ຄຸມ​ພະ​ຍາດ​ຮ້າຍ​ແຮງ. ປະ​ຕິ​ບັດ​ຍຸດ​ທະ​ສາດ​​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ດ້ານ​ອາ​ຫານ, ຊຸກ​ຍູ້​ໃຫ້​ນະ​ໂຍ​ບາຍ​​ວາງ​ແຜນ​ຄອບ​ຄົວ​ເຊື່ອມ​ຕໍ່​ກັບ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ສັງ​ຄົມ​ທີ່​ກ່ຽວ​ຂ້ອງ, ຕັ້ງ​ໜ້າ​ຮັບ​ມື​ກັບ​ບັນ​ຫາ​ອັດ​ຕາມີ​ຜູ້​ອາ​ຍຸສູງເພີ່ມ​ຂຶ້ນ, ​ສ້າງ​ລະ​ບົບ​ນະ​ໂຍ​ບາຍ ແລະ ບັນ​ຍາ​ກາດ​ໃນ​ສັງ​ຄົມ​ທີ່​ລ້ຽງ​ດູ​ຜູ້​ເຖົ້າ, ກະ​ຕັນ​ຍູ​ຕໍ່​ຜູ້​ເຖົ້າ ແລະ ​ເຄົາ​ລົບ​ຜູ້​ເຖົ້າ ແລະ ເລັ່ງ​ການພັດ​ທະ​ນາ​ພາ​ລະ​ກິດ ແລະ ​ອຸດ​ສາ​ຫະ​ກຳ​ທີ່​ກ່ຽວ​ຂ້ອງ​ກັບ​ຜູ້ອາ​ຍຸ​ສູງ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ