ບົດ​ລາຍ​ງານກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ:ຈີນ​ຈະເລັ່ງ​ການ​ປະ​ຕິ​ຮູບ​ໂຄງ​ປະ​ກອບ​ຄວາມ​ສີ​ວິ​ໄລ​ດ້ານ​ນິ​ເວດ ແລະ​ ສ້າງ​ປະ​ເທດ​ຈີນ​ທີ່​ສວຍ​ງາມ
2017-10-18 11:35:32  cri 
 ທ່ານ​ສີ​ຈິ້ນ​ຜິງ​ສະ​ເໜີ​ອອກ​ມາ​ວ່າ, ເລັ່ງ​​ສ້າງ​ລະ​ບຽບ​ການ​ກົດ​ໝາຍ ແລະ ນະ​ໂຍ​ບາຍ​ຊີ້​ນຳ​ສຳ​ລັບ​ການ​ຜະ​ລິດແບບສີ​ຂຽວ ແລະ​ ການ​ບໍ​ລິ​ໂພກ​​ແບບສີ​ຂຽວ, ສ້າງ​ ແລະ ປັບ​ປຸງ​ລະ​ບົບ​ເສດ​ຖະ​ກິດ​ທີ່​ພັດ​ທະ​ນາແບບ​ສີ​ຂຽວ, ມີກາກບອນ​ຕ່ຳ ​ແລະ ເປັນ​ແບບ​ໝູນ​ວຽນ, ພັດ​ທະ​ນາ​ການ​ທະ​ນາ​ຄານ​ສີ​ຂຽວ, ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ ແລະ ແກ້​ໄຂ​ບັນ​ຫາ​ມົນ​ລະ​ພິດ​ທາງ​ອາ​ກາດ, ນ້ຳ, ດິນ ແລະ​ອື່ນໆ, ຍົກ​ສູງ​ມາດ​ຕະ​ຖານ​ຄວບ​ຄຸມ​ການ​ລະ​ບາຍ​ມົນ​ລະ​ພິດ, ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ປັບ​ປຸງ​ສິ່ງ​ແວດ​ລ້ອມ​ຂອງ​ໂລກ, ເນັ້ນ​ໃສ່​ແກ້​ໄຂ​ບັນ​ຫາ​ສິ່ງ​ແວດ​ລ້ອມ​ທີ່​ໜັກ​ໜ່ວງ; ປະ​ຕິ​ບັດ​ໂຄງ​ການ​ໃຫຍ່​ເພື່ອ​ອະ​ນຸ​ລັກ ແລະ ​ປັບ​ປຸງ​​ສິ່ງ​ແວດ​ລ້ອມ​ຊີ​ວະ​ນາໆ​ພັນ​ທີ່​ສຳ​ຄັນ, ສ້າງ​ກົນ​ໄກ​ຄືນ​ຄວາມ​ສົມ​ບູນ​ຂອງ​ລະ​ບົບ​ນິ​ເວດຕາມຫຼັກ​ການ​ຕະຫຼາດ​ ແລະ ດ້ວຍຫຼາຍ​ຮູບ​ການ; ສ້າງ​ຕັ້ງ​ອົງ​ການ​ຄຸ້ມ​ຄອ​ງ​ຊັບ​ສິນ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ຕິດ​ຕາມ​ຄຸ້ມ​ຄອງ​​​ສິ່ງ​ແວດ​ລ້ອມ​ຊີ​ວະ​ນາໆ​ພັນ, ສ້າງ​ລະ​ບຽບ​ການ​ບຸກ​ເບີກ ແລະ ອະ​ນຸ​ລັກ​​ທີ່​ດິນ​ແຫ່ງ​ຊາດ, ສ້າງ​ລະ​ບົບ​ເຂດ​ສະ​ຫງວນ​ທຳ​ມະ​ຊາດ​ທີ່​ຖືເອົາ​ສວນ​ອຸ​ທິ​ຍານ​ແຫ່ງ​ຊາດ​ເປັນ​ຕົ້ນ​ຕໍ.

ບົດລາຍ​ງານ​ຄາດ​ຄະ​ເນ​ວ່າ, ສິ່ງ​ແວດ​ລ້ອມ​ຊີ​ວະ​ນາ​ນາ​ພັນ​ຈີນ​ຈະ​ມີ​ການ​ປ່ຽນ​ແປງ​ໃຫ້​ດີ​ຂຶ້ນ​ລັກ​ສະ​ນະ​ກົກ​ຮາກ​ໃນ​ປີ 2035 ແລະ​ ຈະ​ບັນ​ລຸ​ເປົ້າ​ໝາຍ​​ທີ່​ສ້າງປະ​ເທດ​ຈີນ​ທີ່​ສວຍ​ງາມ​ໃຫ້​ສຳ​ເລັດ​ໂດຍ​ພື້ນ​ຖານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ