ບົດ​ລາຍ​ງານກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ:ຈີນ​ຈະ​ສ້າງກອງ​ທັບລະ​ດັບສຸດຍອດ​ຂອງ​ໂລກ​ຢ່າງ​ຮອບ​ດ້ານໃນ​ກາງ​ສະ​ຕະ​ວັດ​ນີ້
2017-10-18 11:40:03  cri 
ບົດ​ລາຍ​ງານ​ຂຽນ​ວ່າ, ຕ້ອງສອດ​ຄ່ອງ​ກັບ​ທ່ວງ​ທ່າ​ຂະ​ຫຍາຍ​ຕົວ ​ຂອງ​ການ​ປະ​ຕິ​ວັດ​ທາງ​ການ​ທະ​ຫານ​ໃໝ່​ຂອງ​ໂລກ ແລະ ຄວາມ​ຮຽກ​ຮ້ອງ​ຕ້ອງ​ການດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ເພື່ອ​ຮັບ​ປະ​ກັນ​ການ​​ນຳ​ໃຊ້ກົນ​ຈັກ​ໃຫ້​ທົ່ວ​ເຖິງ​​ໂດຍ​ພື້ນ​ຖານ​​ກ່ອນ​ປີ 2020, ​ການ​ຫັນ​ເປັນຂໍ້​ມູນ​ຂ່າວ​ສານ​ໄດ້​ມີຄວາມ​ຄືບ​ໜ້າ​ຢ່າງ​ໃຫຍ່ຫຼວງ ແລະ ​ຄວາມ​ສາ​ມາ​ດ​ດ້ານ​ຍຸດ​ທະ​ສາດ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​​ພົ້ນເດັ່ນ, ຊຸກ​ຍູ້​ການ​ສ້າງ​​ຄວາມທັນ​ສະ​ໄໝ​ດ້ານ​ທິດ​ສະ​ດີ​ການ​ທະ​ຫານ, ດ້ານ​ຮູບ​ຖານການ​ຈັດ​ຕັ້ງ​ກອງ​ທະ​ຫານ, ດ້ານ​ບຸກ​ຄະ​​ລາ​ກອນ​ການ​ທະ​ຫານ ແລະ ດ້ານ​ອາ​ວຸດ​ຍຸດ​ໂທ​ປະ​ກອນ, ພະ​ຍາ​ຍາມ​ບັນ​ລຸ​ການ​ຫັນ​ເປັນ​​ທັນ​ສະ​ໄໝ​ດ້ານການ​ປ້ອງ​ກັນ​ປະ​ເທດ​ ແລະ​ ກອງ​ທັບ​​ກ່ອນ​ປີ 2035, ​​ເມື່ອ​ຮອດ​ກາງ​​ສະ​ຕະ​ວັດ​ນີ້, ສ້າງກອງ​ທັບ​ປະ​ຊາ​ຊົນ​ໃຫ້ເປັນ​ກອງ​ທັບ​ລະ​ດັບ​ສຸດຍອດ​ຂອງ​ໂລກ​ຢ່າງ​ຮອບ​ດ້ານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ