ບົດ​ລາຍ​ງານກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ:ພັກ​ກອມ​ມູ​ນິດ​ຈີນ​ເນັ້ນ​ສະ​ໜັບ​ສະ​ໜູນ​ອຳ​ນາດ​ກາ​ນ​ປົກ​ຄອງ​ ແລະ ​ຜູ້​ວ່າ​ການເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ ແລະ ມາ​ເກົາປະ​ຕິ​ບັດ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຕາມລັດ​ຖະ​ທຳ​ມະ​ນູນ
2017-10-18 11:43:17  cri 
ບົດ​ລາຍ​ງາ​ນ ກອງ​ປະ​ຊຸມ​ໄດ້​ເນັ້ນ​ວ່າ, "ປະ​ເທດ​ດຽວ​ສອງ​ລະ​ບອບ" ​ແມ່ນ​ລະ​ບອບ​ທີ່​ດີ​ທີ່​ສຸດ ເພື່ອ​ຮັກ​ສາ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ ແລະ ​ສ​ະ​ຖຽນ​ລະ​ພາບ​ຂອງ​ຮົງ​ກົງ ແລະ ​ມາ​ເກົາໄດ້​ຢ່າງ​ຖາ​ວອນ, ຕ້ອງ​ສະ​ໜັບ​ສະ​ໜູນ​ອຳ​ນາດ​ກາ​ນ​ປົກ​ຄອງ​ ແລະ ​ຜູ້​ວ່າ​ການເຂດ​ບໍ​ລິ​ຫານ​ພິ​ເສດປົກ​ຄອງ​ຕາມ​ກົດ​ໝາຍ ແລະ ເຮັດ​ວຽກ​ຢ່າງ​ຕັ້ງ​ໜ້າ, ຮັບ​ປະ​ກັນ​ ແລະ ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ, ຊຸກ​ຍູ້​ປະ​ຊາ​ທິ​ປ​ະ​ໄຕ​ຢ່າງ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ທາງ​ສັງ​ຄົມ, ​ປະ​ຕິ​ບັດ​ໜ້າ​ທີ່​ຮັບ​ຜິ​ດ​ຊອບ​ໃນ​ການ​ປົກ​ປັກ​ຮັກ​ສາ​​ຜົນ​ປະ​ໂຫຍດ​ດ້​ານອະ​ທິ​ປະ​ໄຕ​, ຄວາມ​ໝັ້ນ​ຄົງ ແລະ​ ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ ທີ່ລະ​ບຸ​ໄວ້​ໃນລັດ​ຖະ​ທຳ​ມະ​ນູນ; ວາງ​ນະ​ໂຍ​ບາຍ ​ແລະ​ ມາດ​ຕະ​ການ​ທີ່​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ຊາວ​ຮົງ​ກົງ​ ແລະ ​​ຊາວມາ​ເກົາ​ ມາ​ພັດ​ທະ​ນາ​ຢູ່​ແຜ່ນ​ດິນ​ໃຫຍ່​ຈີນ.

ບົດ​ລາຍ​ງານ​ເນັ້ນ​ຕື່ມ​ວ່າ, ຕ້ອງ​ຍຶດ​ໝັ້ນ "ຊາວ​ຮົງ​ກົງ​ປົກ​ຄອງ​ຮົງ​ກົງ" ແລະ "ຊາວ​ມາ​ເກົາ​ປົກ​ຄອງ​ມາ​ເກົາ" ​ໂດຍ​ຖື​ຜູ້​ຮັກ​ຊາດ​ເປັນຫຼັກ, ຊຸກ​ຍູ້​ໃຫ້​ກຳ​ລັງ​ຮັກ​ຊາດ, ຮັກ​ຮົງ​ກົງ ​ແລະ ​ຮັກ​ມາ​ເກົາ​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ, ເພີ່ມ​ທະ​ວີ​ສະ​ຕິ​ຮັບ​ຮູ້​ປະ​ເທດ​ຊາດ ​ແລະ ​ນ້ຳ​ໃຈ​ຮັກ​ຊາດ​ຂອງ​ພີ່​ນ້ອງ​ຮ່ວມ​ຊາດ​ຮົງ​ກົງ ​ແລະ ​ມາ​ເກົາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ