ບົດ​ລາຍ​ງານກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ:ພັກ​ການ​ເມືອງ​ໃດໆ​ຂອງ​ໄຕ້​ຫວັນ​ມີ​ແຕ່​ຮັບ​ຮູ້ "ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກັນ​ປີ 1992" ຈິ່ງ​ຈະ​ສາ​ມາດ​ສົນ​ທະ​ນາ​ກັບ​ແຜ່ນ​ດິນ​ໃຫຍ່
2017-10-18 11:47:49  cri 
ບົດ​ລາຍ​ງານກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຊີ້​ອອກວ່າ, ຫຼັກ​ການ​ປະ​ເທດ​ຈີນ​ດຽວ​ເປັນ​ພື້ນ​ຖານ​ການ​ເມືອງ​ຂອງ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ. "ຄວາມ​​ເຫັນເປັນ​ເອ​ກະ​ພາບ​ກັນ​ປີ 1992" ທີ່​ສ່ອງ​ແສງ​ເຖິງຫຼັກ​ການ​ປະ​ເທດ​ຈີນ​ດຽວນັ້ນ ໄດ້​ກຳ​ນົດ​ທາດ​ແທ້​ຂອງ​ສາຍ​ພົວ​ພັນ​ລະ​ຫວ່ງ​ສອງ​ຝັ່ງ ແລະ​ເປັນ​​ຂໍ​ກະ​ແຈ​ທີ່​ຮັບ​ປະ​ກັນ​ໃຫ້​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ຝັ່ງ​ຂະ​ຫຍາຍ​ຕົວ​ໂດຍ​ສັນ​ຕິ. ​ຂໍ​​ພຽງແຕ່ຮັບ​ຮູ້ "ຄວາມ​​ເຫັນເປັນ​ເອ​ກະ​ພາບ​ກັນ​ປີ 1992" ​ເປັນ​​ຄວາມ​ຈິງ​ທາງ​ປະ​ຫວັດ​ສາດ, ສອງ​ຝັ່ງ​ກໍ​ສາ​ມາດ​ສົນ​ທະ​ນາ, ພັກ​ການ​ເມືອງ ​ແລະ ​ອົງ​ການ​ຈັດ​ຕັ້ງ​ໃດໆ​ຂອງ​ໄຕ້​ຫວັນ​ ກໍ​ຈະ​ສາ​ມາດ​ໄປ​ມາ​ຫາ​ສູ່​ກັບ​ແຜ່ນ​ດິນ​ໃຫຍ່​ໄດ້​​ ໂດຍ​​ບໍ່​ມີ​ອຸ​ປະ​ສັກ​ແຕ່​ຢ່າງ​ໃດ. ບົດ​ລາຍ​ງານ​ໄດ້​ເນັ້ນ​ຕື່ມ​ວ່າ, ແຜ່ນ​ດິນ​ໃຫຍ່​ມີ​ມາ​ນະ​ຈິດ​ທີ່ໜຽວ​ແໜ້ນ​, ຄວາມ​ໝັ້ນ​ໃຈ​ທີ່​​ເຕັມ​ປ່ຽມ ແລະ​ ຄວາມ​ສາ​ມາດ​ທີ່​ພຽງ​ພໍ ເພື່ອ​​ລົບ​ລ້າງເຈ​​ຕະ​ນາ​ທຸກ​ຮູບ​ການ​ທີ່ "ຢາກຈະ​ແບ່ງ​ແຍກ​ໄຕ້​ຫວັນໃຫ້​ເປັນ​ເອ​ກະ​ລາດ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ