ບົດ​ລາຍ​ງານກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ :ໃນ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນຈີນ​ກ່າວ​ຢ້ຳ​ວ່າ ​ຈີນຈະ​ບໍ່​ເປັນ​ເຈົ້າ​ອຳ​ນາດ ແລະ​ ບໍ່​ແຜ່​ອຳ​ນາດຢ່າງ​​ຖາ​ວອນ
2017-10-18 12:05:13  cri 
ບົດ​ລາຍ​ງານ​ຂຽນ​ວ່າ, ຈີນ​ທີ່​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່ ຍຶດ​ໝັ້ນ​ປະ​ຕິ​ບັດຕາມ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ໂດຍ​ສັນ​ຕິ​ທີ່​ເປັນ​ເອ​ກະ​ລາດ​ ແລະ ​ເປັນ​ເຈົ້າ​ຕົນ​ເອງ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ເຄົາ​ລົບ​ສິດເລືອກ​ເສັ້ນ​ທາງ​ພັດ​ທະ​ນາ​​ຢ່າງເປັນ​ເຈົ້າ​ຕົນ​ເອງ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ, ປົກ​ປັກ​ຮັກ​ສາ​ຄວາມ​ຍຸ​ຕິ​ທຳ ແລະ​ ຄວາມ​ເປັນ​ທຳ​ສາ​ກົນ, ຄັດ​ຄ້ານ​ການ​ກະ​ທຳ​ທີ່​ເອົາ​ເຈ​ຕະ​ນາ​ລົມ​ຂອງ​ຕົນ​​ບັງ​ຄັບ​ຜູ້​ອື່ນ, ຄັດ​ຄ້ານ​ການແຊກ​ແຊງວຽກ​ງາ​ນ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ ແລະ ຄັດ​ຄ້ານ​ປະ​ເທດ​ເຂັ້ມ​ແຂງ​ຂົ່ມ​ເຫັງ​ປະ​ເທດ​ອ່ອນ​ແອ.

ໃນ​ບົດ​ລາຍ​ງານ​ກ່າວ​ເນັ້ນ​ວ່າ, ​ຈີນຈະ​ບໍ່ສະຫຼະ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ອື່ນ ເພື່ອ​ພັດ​ທະ​ນາ​ຕົນ​ເອງ​ຢ່າງ​ເດັດ​ຂາດ, ກໍ​ຈະ​ບໍ່​ປະ​ລະ​ສິດ​ທິ​ ແລະ​ ຜົນ​ປະ​ໂຫຍດ​ທີ່​ຊອບ​ທຳ​ຂອງ​ຕົນ​ຢ່າງ​ເດັດ​ຂາດ. ບໍ່​ວ່າ​ບຸກ​ຄົນ​ໃດໆ​ກໍ​ບໍ່​ຄວນ​ມີ​ເຈ​ຕະ​ນາ​ທີ່​ຢາກ​ໃຫ້​ຈີນ​ທຳ​ລາຍ​ຜົນ​ປະ​ໂຫຍດ​ຂອງ​ຕົນ. ຈີນ​ປະ​ຕິ​ບັດ​​ຕາມນະ​ໂຍ​ບາຍ​ປ້ອງ​ກັນ​ປະ​ເທດ​​ແບບ​ປ້ອງ​ກັນ​ຕົວ. ການ​ພັດ​ທະ​ນາ​ຂອງ​ຈີນ​ຈະ​ບໍ່​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ປະ​ເທດ​ໃດໆ. ບໍ່​ວ່າ​ຈີນ​ຈະ​ພັດ​ທະ​ນາ​ໄປ​ເຖິງ​ລະ​ດັບ​ໃດ ກໍຈະ​ບໍ່​ເປັນ​ເຈົ້າ​ອຳ​ນາດ ແລະ​ ບໍ່​ແຜ່​ອຳ​ນາດຢ່າງ​ເດັດ​ຂາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ