ບົດ​ລາຍ​ງານກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ:ພັກ​ກອມ​ມູ​ນິດ​ຈີນ​ຕ້ານ​ການ​ສໍ້​ລາດ​ບັງຫຼວງຈະເນັ້ນ​ການ​ສະ​ກັດ​ກັ້ນ ແລະ ຮັກ​ສາ​ຄວາມ​ເດັດ​ຂາດເປັນ​ໄລ​ຍະ​ຍາວ​ນານ
2017-10-18 12:05:50  cri 
ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ, ປະ​ຊາ​ຊົນ​ມີ​ຄວາມ​ຄຽດ​​ຊັງ​ທີ່​ສຸດ​ຕໍ່​ປ​າ​ກົດ​ການ​ສໍ້​ລາດ​ບັງຫຼວງ, ​ການ​ສໍ້​ລາດ​ບັງຫຼວງເປັນ​ໄພ​ຂົ່ມ​ຂູ່​​ຮ້າຍ​ແຮງ​ທີ່​ສຸດ​ສຳ​ລັບ​ພັກ​ເຮົາ​. ຕ້ອງ​ຍຶດ​ໝັ້ນຫຼັກ​ການ​ທີ່​ບໍ່​ມີ​ເຂດ​ຫ້າມ, ປົກ​ຄຸມ​ໃຫ້​ທົ່ວ​ເຖິງ ແລະ​ ບໍ່​ມີ​ການ​ອົດກັ້ນ, ​ຍຶດ​ໝັ້ນ​ສືບ​ສວນ​ສອບ​ສວນ​​ຜູ້​ໃຫ້​ສິນ​ບົນ​ ແລະ​ ຜູ້​ກິນສິນ​ບົນ​ພ້ອມ​ກັນ, ​ປ້ອງ​ກັນ​ບໍ່​ໃຫ້ມີ​ກຸ່ມ​​​ຫວັງຜົນ​ປະ​ໂຫຍດ​ພາຍ​ໃນ​ພັກ​ຢ່າງ​ເດັດ​ດ່ຽວ. ສ້າງ​ລະ​ບຽບ​ການ​ລາດ​ຕະ​ເວນກວດ​ກາ​ຕາມ​ອົງ​ຄະ​ນະ​ພັກ​ຂັ້ນ​ເມືອງ, ​ເພີ່ມ​ຄວາມເຂັ້ມ​ແຂງ​ໃນ​ການ​ແກ້​ໄຂ​ບັນ​ຫາ​ສໍ້​ລາດ​ບັງຫຼວງ​ຢູ່ຄຽງ​ຂ້າງ​ໃກ້​ປະ​ຊາ​ຊົນ. ບໍ່​ວ່າ​ພວກ​ສໍ້​ລາດ​ບັງຫຼວງ​ໜີ​ໄປ​ຮອດ​ໃສ ກໍ​ລ້ວນ​ແຕ່​ຈະ​ຊອກ​ຈັບ ແລະ ​ລົງ​ໂທດ​ພວກ​ເຂົາ​ເຈົ້າ​ຕາມ​ກົດ​ໝາຍ. ຊຸກ​ຍູ້​ວຽກ​ງານ​ນິ​ຕິ​ບັນ​ຍັດ​ຕ້ານ​ການ​ສໍ້​ລາດ​ບັງຫຼວງ, ສ້າງ​​ເວ​ທີ​ສະ​ເໜີ​ລາຍ​ງານທີ່​ປົກ​ຄຸມ​ລະ​ບົບ​ກວດ​ກາ ແລະ ກວດ​ສອບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ