ບົດ​ລາຍ​ງານກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ :ຫຼັງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອ​ມູ​ນິດ​ຈີນ​ຈະສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການກວດ​ກາ​ແຫ່ງ​ລັດ ເພື່ອກວດ​ກາພະ​ນັກ​ງານ​ທີ່​ໃຊ້​​ສິດອຳ​ນາດຢ່າງ​ຮອບ​ດ້ານ
2017-10-18 12:25:47  cri 
ບົດ​ລາຍ​ງານ​ຂຽນ​ວ່າ, ຈີນ​ຈະ​ປັບ​ປຸງ​ບູ​ລະ​ນະ​ລະ​ບົບ​ຕິດ​ຕາມ​ຄຸ້ມ​ຄອງ​ຂອງ​ພັກ​ ແລະ ລັດ​ໃຫ້​ສົມ​ບູນ​ຂຶ້ນ, ສ້າງ​ກົດ​ໝາຍກວດ​ກາ​ຂອງລັດ, ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການກວດ​ກາ​​ລະ​ດັບ​ຊາດ, ຂັ້ນ​ແຂວງ(ນະ​ຄອນ), ຂັ້ນ​ເມືອງ ແລະ ຂັ້ນ​ກຸ່ມ​ບ້ານ,​ ​ເຮັດ​ວຽກ​ຮ່ວມກັບ​ອົງ​ການກວດ​ກາ​ຂອງ​ພັກໃນ​ສຳ​ນັກ​ງານ​ດຽວ​ກັນ ເພື່ອ​ບັນ​ລຸ​ການກວດ​​ກາ​ທົ່ວ​ໄປ​ຕໍ່​​ບັນ​ຫາພະ​ນັກ​ງານ​ທີ່​ໃຊ້​​ສິດອຳ​ນາດ​​, ມອບ​ສິດ​ອຳ​ນາດ ​ແລະ​ ວິ​ທີການ​ສືບ​ສວນ​ສອບ​ສວນ​ໃຫ້​ຄະ​ນະ​ກຳ​ມະ​ການກວດ​ກາ ແລະ ​ໃຊ້​ມາດ​ຕະ​ການ "​​ກັກ​ບໍ​ລິ​ເວນ ແລະ ສືບ​ສວນ​ສອບ​ສວນ​ຜູ້​ຕ້ອງ​ຫາ" ​ແທນມາດ​ຕະ​ການ "​ສາ​ລະ​ພາບການ​ກະ​ທຳ​ຜິດ​ຢູ່ບ່ອນ​ທີ່​ກຳ​ນົດ​ຕາມ​​ການກຳ​ນົດເວ​ລາ". ເພີ່ມ​ທະ​​ວີ​ການ​ຕິດ​ຕາມກວດ​ກາ​ດ້ານ​ການ​ຈັດ​ຕັ້ງ, ປັບ​ປຸງ​ການ​ຕິດ​ຕາມກວດ​ກາ​ແບບ​ປະ​ຊາ​ທິ​ປະ​ໄຕ, ເສີມ​ຂະ​ຫຍາຍ​ບົດ​ບາດ​ຕິດ​ຕາມກວດ​ກາ​ເຊິ່ງ​ກັນ ​ແລະ ​ກັນ ​ລະ​ຫວ່າງ​​ຂັ້ນ​ດຽວ​ກັນ,​ ເພີ່ມ​ທະ​ວີ​ການ​ຕິດ​ຕາມກວດ​ກາ​ ແລະ ການ​ຄຸ້ມ​ຄອງປະ​ຈຳ​ວັນຂອງ​​ພະ​ນັກ​ງານ​ການ​ນຳທີ່​ເປັນ​ສະ​ມາ​ຊິກ​ພັກ ແລະ ລົງ​ເລິກ​ລະ​ບຽບ​ການ​ລາດ​ຕະ​ເວນກວດ​ກາ​ທາງ​ການ​ເມືອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ