ບົດ​ລາຍ​ງານກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ:ຈີນ​ຈະ​ສ້າງ​ຕັ້ງ​ຫຼາຍອົງ​ການ​ນຳແລະອົງ​ການ​ຈັດ​ຕັ້ງ​ການ​ຕິດ​ຕາມກວດ​ກາ​
2017-10-18 12:27:01  cri 
ບົດ​ລາຍ​ງານ​ສະ​ແດງ​ໃຫ້​ເຫັນ​ວ່າ, ຈີນ​ຈະ​ສ້າງ​ຕັ້ງ​ຫຼາຍອົງ​ການ​ນຳ ​ແລະ​ອົງ​ການ​ຈັດ​ຕັ້ງການ​ຕິດ​ຕາມກວດ​ກາ​ ໃນ​ຂົງ​ເຂດ​ການ​ປົກ​ຄອງ​ຕາມ​ກົດ​ໝາຍ, ລະ​ບົບ​ນິ​ເວດ, ກວດ​ກາ ແລະ ການ​ທະ​ຫານ; ​ຈະສ້າງ​​ຕັ້ງ​ໜ່ວຍຊີ້​ນຳ​ນຳ​ພາ​ການ​ປົກ​ຄອງ​ປະ​ເທດ​ຕາມ​ກົດ​ໝາຍ​ຢ່າງ​ຮອບ​ດ້ານ​ຂັ້ນ​ສູນ​ກາງ, ເພື່ອເພີ່ມ​ທະ​ວີ​ການ​ນຳ​ພາ​ເປັນ​ເອ​ກະ​ພາບ​ຕໍ່​ການ​​ສ້າງ​​ປະ​ເທດ​ຈີນ​ທີ່​ປົກ​ຄອງ​ຕາມ​ກົດ​ໝາຍ; ສ້າງ​ຕັ້ງ​ອົງ​ການ​ຄຸ້ມ​ຄອ​ງ​ຊັບ​ສິນ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ຕິດ​ຕາມ​ຄຸ້ມ​ຄອງ​​​ສິ່ງ​ແວດ​ລ້ອມ​ຊີ​ວະ​ນາໆ​ພັນ, ປະ​ຕິ​ບັດ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ຖາ​ນະ​ເປັນ​ເຈົ້າ​ຂອງ​ຊັບ​ສິນ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ທີ່​ຂຶ້ນ​ກັບ​ທົ່ວ​ປວງ​ຊົນ​ຢ່າງ​ເປັນ​ເອ​ກະ​ພາບ​ກັນ, ປະ​ຕິ​ບັດ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຄຸ້ມ​ຄອງ​ການ​ນຳ​ໃຊ້​​ທີ່​ດິນ​​ແຫ່ງ​ຊາດ​ທັງ​ໝົດ ແລະ ອະ​ນຸ​ລັກ ຟື້ນ​ຟູ​​ສິ່ງ​ແວດ​ລ້ອມ​ຊີ​ວະ​ນາໆ​ພັນຢ່າງ​ເປັນ​ເອ​ກະ​ພາບ, ປະ​ຕິ​ບັດ​ໜ້າ​ທີ່​ຮັບ​ຜິດ​ຊອບຕິດ​ຕາມ​ຄຸ້ມ​ຄອງ​ການ​ລະ​ບາຍ​ມົນ​ລະ​ພິດ​ປະ​ເພດ​ຕ່າງໆ​ໃນ​ຕົວ​ເມືອງ ແລະ​ ຊົນ​ນະ​ບົດ ກໍ​ຄື ປະ​ຕິ​ບັດ​ກົດ​ໝາຍ​ທາງ​ການ​ບໍ​ລິ​ຫານ​ຢ່າງ​ເປັນ​ເອ​ກະ​ພາບກັນ; ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການກວດ​ກາ​​ລະ​ດັບ​ຊາດ, ຂັ້ນ​ແຂວງ(ນະ​ຄອນ), ​ຂັ້ນ​ເມືອງ ແລະ ຂັ້ນ​ກຸ່ມ​ບ້ານ, ເພື່ອ​ບັນ​ລຸ​ການກວດ​​ກາ​ທົ່ວ​ໄປ​ຕໍ່​​ບັນ​ຫາພະ​ນັກ​ງານ​ທີ່​ໃຊ້​​ສິດອຳ​ນາດ, ສ້າງ​ລະ​ບຽບ​ການ​ລາດ​ຕະ​ເວນກວດ​ກາ​ຕາມ​ອົງ​ຄະ​ນະ​ພັກ​ຂັ້ນ​ເມືອງ, ​ເພີ່ມ​ຄວາມເຂັ້ມ​ແຂງ​ໃນ​ການ​ແກ້​ໄຂ​ບັນ​ຫາ​ສໍ້​ລາດ​ບັງຫຼວງ​ຢູ່ຄຽງ​ຂ້າງ​ໃກ້​ປະ​ຊາ​ຊົນ; ສ້າງ​ຕັ້ງ​ອົງ​ການ​ຄຸ້ມ​ຄອງ​ ແລະ​ ສະ​ຫວັດ​ດີ​ການ​ສຳ​ລັບ​ທະ​ຫານ​ທີ່​​ລາ​ອອກ​ຈາກກອງ​ທະ​ຫານ, ປົກ​ປ້ອງ​ສິດ​ທິ​ ແລະ ​ຜົນ​ປະ​ໂຫຍດ​ທີ່​ຊອບ​ດ້ວຍ​ກົດ​ໝາຍ​ຂອງ​ທະ​ຫານ ແລະ ​ຄອບ​ຄົວ​ທະ​ຫານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ