ກະຊວງ​ການ​ເງິນ​ອາ​ເມ​ລິ​ກາ​ຢືນຢັນ​ອີກວ່າຈີນ​ບໍ່​ໄດ້​ບັນຊາ​ອັດຕາ​ແລກປ່ຽນ
2017-10-18 17:04:24  cri 
ວັນ​ທີ 17 ຕຸ​ລາ​ນີ້, ກະຊວງ​ການ​ເງິນອາ​ເມ​ລິ​ກາ​ປະກາດ​ລາຍ​ງານ​ນະ​ໂຍບາຍ​ອັດຕາ​ແລກປ່ຽນ​ເຄິ່ງປີ 2017 ​ແລະ​ຢືນຢັນ​ວ່າ ຈີນ​ບໍ່​ເຄີຍ​ບັນຊາ​ອັດຕາ​ແລກປ່ຽນ​​ເພື່ອ​ຮັບ​ທ່າ​ແຮງ​ການຄ້າທີ່​ບໍ່​​ເປັນ​ທຳ. ນີ້​ແມ່ນ​ເທື່ອ​ທີສອງ​ຂອງ​ກະຊວງ​ການ​ເງິນ​ອາ​ເມ​ລິ​ກາ​ປະກາດຄຳ​ຢືນຢັນ​ດັ່ງ​ກ່າວ​ພາຍຫຼັງ​ທ່ານທຣຳ ເປັນປະທານາທິບໍດີ​ອາ​ເມ​ລິ​ກາ.

ມື້​ດຽວ​ກັນ, ກະຊວງ​ການ​ເງິ​ນອາ​ເມ​ລິ​ກາ​ໄດ້​​ເຜີຍ​ແຜ່ "ບົດ​ລາຍ​ງານ​ວ່າ​ດ້ວຍນະ​ໂຍບາຍ​​ເສດຖະກິດ ​ແລະ​ອັດຕາ​ແລກປ່ຽນ​ສາກົນ" ​ແລະ​ເຫັນ​ວ່າ ຄູ່​ການ​ຄ້າ​ຕ່າງໆ​ລ້ວນ​ແຕ່​ບໍ່​ເຄີຍ​ບັນຊາ​ອັນ​ຕາ​ແລກປ່ຽນ​ເງິນຕາ ​ແຕ່ຖື​ປະ​ເທດ​ຈີນ, ຍີ່​ປຸ່ນ, ​ເຢລະມັນ, ສ.​ເກົາຫຼີ ​ແລະສະ​ວິດ​​ເຂົ້າ​ໃນ​ບັນຊີ​ຕິດຕາມ​ນະ​ໂຍບາຍ​ອັດຕາ​ແລກປ່ຽນ.

ການ​ຄົ້ນຄວ້າ​ຂອງ​ອົງການກອງ​ທຶນ​​ເງິນຕາ​ສາກົນ ​ແລະ​ສະ​ຖາ​ບັນ​ຄົ້ນຄວ້າ​ເສດຖະກິດ​ສາກົນ​ປີ​ເຕີ​ເຊິນ​ສະ​ແດງ​​ໃຫ້​ເຫັນ​ວ່າ: ສອງ​ປີ​ຜ່ານ​ມາ, ຈີນ​ບໍ່​ເຄີຍ​ບັນຊາ​ອັດຕາ​ແລກປ່ຽນ, ສະ​ນັ້ນ ການ​ກ່າວ​ຫາ​ປະ​ເທດ​ຈີນ​ກ່ຽວ​ກັບການ​ບັນຊາ​ອັດຕາ​ແລກປ່ຽນນັ້ນ​ບໍ່​ຖືກ​ຕ້ອງ.
ຕາມ​ລາຍ​ງານ​ດັ່ງ​ກ່າວ, ກະຊວງ​ການ​ເງິນ​ອາ​ເມ​ລິ​ກາ​ຊີ້​ໃຫ້​ເຫັນ​ວ່າ: ການປ່ຽນ​ແປ​ງຂອງ​ອັດຕາ​ແລກປ່ຽນ​ຈີນ​ໃນ​ມໍ່ໆ​ມາ​ນີ້​ຈະ​ຊ່ວຍ​ໃຫ້ປັບປຸງ​ຄວາມ​ບໍ່ດຸນ​ດ່ຽງ​ຂອງ​ການ​ຄ້າ​ຈີນ-ອາ​ເມ​ລິ​ກາ ​ແລະ​ການ​ເພີ່ມ​ມູນ​ຄ່າ​ຂອງ​​ເງິນຢວນຈີນຕໍ່​ໂດ​ລາ​ສະຫະລັດຈະ​ຊ່ວຍ​ຫຼຸດການ​ເກີນ​ດຸນ​ທາງ​ການ​ຄ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ