ປະ​ຊາ​ຄົມ​ໂລກ​ຕີ​ລາ​ຄາ​ສູງ​ຕໍ່​ຜົນ​ສຳ​ເລັດ​ອັນ​ໃຫຍ່ຫຼວງ​ທີ່​ຈີນ​ຍາດ​ມາ​ໄດ້​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ
2017-10-19 11:10:48  cri 
ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 18 ຕຸ​ລາ​ນີ້​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໂດຍ​ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູ​ນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ລາຍ​ງານ​​ຕໍ່​ກອງ​ປະ​ຊຸມໃນ​ຫົວ​ຂໍ້ "​ສູ້​ຊົນ​ສ້າງ​ສັງ​ຄົມ​ອິ່ມ​ໜຳ​ສຳ​ລານໃນ​ໄລ​ຍະ​ສຸດ​ທ້າຍ​ໃຫ້​ສຳ​ເລັດ​ຮອບ​ດ້ານ,ຍາດ​ເອົາ​ໄຊ​ຊະ​ນະ​ອັນ​ຍິ່ງ​ໃຫຍ່​ແຫ່ງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່".

ຕໍ່​ກໍ​ລະ​ນີ​ດັ່ງ​ກ່າວ, ນັກ​ການ​ເມືອງ,ນັກ​ວິ​ຊາ​ການ​ແລະ​ສື່ມວນ​ຊົນຫຼາຍ​ປະ​ເທດ​ຢືນ​ຢັນ​ວ່າ ການ​ທີ່​ຍຶດ​ໝັ້ນ​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ແລະ​ຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຕົວ​ຈິງ​ຂອງປະ​ເທດ​ຈີນ​ນັ້ນ​ເປັນ​ຂໍ​ກະ​ແຈ​ທີ່​ຈີນ​ສາ​ມາດ​ຍາດ​ໄດ້​ຜົນ​ສຳ​ເລັດ​ອັນ​ໃຫຍ່ຫຼວງ ທັງ​ເປັນ​ທິດ​ທາງ​ຖືກ​ຕ້ອງ​ທີ່​ຈີນ​ສືບ​ຕໍ່​​ມຸ່ງ​ໜ້າ​ກ້າວ​ໄປ​ສູ່​ອະ​ນາ​ຄົດ.

ໜັງ​ສື​ພິມຫຼຽນ​ເຮີ​ຈາວ​ປ້າວ​ຂອງ​ສິງ​ກະ​ໂປ​ໄດ້​ລົງ​ພິມ​ບົດ​ນຳ​ເຊິ່ງ​ມີ​ເນື້ອ​ໃນ​ວ່າ: ​ຄວາມ​ເຂັ້ມ​ງວດ​ໃນການ​ປາບ​ປາມ​ການ​ສໍ້​ລາດ​ບັງຫຼວງ​ເປັນ​ແບບ​​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະ​ຫວັດ​ສາດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ ແລະ​ຜົນ​ງານ​ການ​ຕ້ານ​ການ​ສໍ້​ລາດ​ບັງຫຼວງ​ເປັນ​ທີ່​ເພິ່ງ​ພໍ​ໃຈ​ຈາກ​ປະ​ຊາ​ຊົນ.

ທ່ານຫຼີ​ເຢິນ​ລຽງ ຊ່ຽວ​ຊານ​ບັນ​ຫາ​ສາ​ກົນ​ຂອງສະຖາບັນບັນດິດພັດທະນະບໍລິຫານສາດ ແຫ່ງຊາດໄທກ່າວ​ວ່າ: ຜົນ​ສຳ​ເລັດ​ຂອງ​ຈີນ​ໄດ້​ພິ​ສູດ​ໃຫ້​ເຫັນ​ເຖິງ​ຄວາມ​ຖືກ​ຕ້ອງ​ຂອງ​ທາງ​ເລືອກ​ໃນ​ປະ​ຫວັດ​ສາດ​ຂອງ​ຈີນ​ໃນ​ດ້ານ​ທິດ​ສະ​ດີ,ເສັ້ນ​ທາງ​ແລະ​ລະ​ບອບ. ພັກ​ກອມ​ມູ​ນິດ​ຈີນ​ຕັ້ງ​ຈຸ​ດ​ຢືນ​ຢູ່​ບົນ​ພື້ນ​ຖານ​ສະ​ພາບ​ຕົວ​ຈິງ​ຂອງ​ປະ​ເທດ​ຈີນ,ເສີມ​ຂະ​ຫຍາຍ​ເນື້ອ​ໃນ​ແລະ​ປັບ​ປຸງ​ເສັ້ນ​ທາງ​ສັ​ງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃຫ້​ສົມ​ບູນ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ ໂດຍ​ໄດ້​ບັນ​ລຸ​ການ​ປະ​ດິດ​ສ້າງ​ດ້ານ​ທິດ​ສະ​ດີ​ຢ່າງ​ຮອບ​ດ້ານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ