ຜູ້​ຕາງ​ໜ້າ​​ຂອງຈີນ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ​ຮ່ວມ​ແຮງ​ແກ້​ໄຂ​ບັນ​ຫາ​ປາ​ແລັ​ສ​ຕິນ
2017-10-19 16:46:59  cri 
ວັນ​ທີ 18 ຕຸ​ລາ​ນີ້, ທ່ານ ອູ​ໄຫ​ທ່າວ ​ອຸ​ປະທູດ​ຊົ່ວ​ຄາວ​ຂອງ​ຄະ​ນະ​ຜູ້​ແທນ​ຈີນ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ກ່າວ​ປາ​ໄສ​ໃນ​ກອງ​ປະ​ຊຸມ​​ກ່ຽວ​ກັບ​ບັນ​ຫາ​ປາ​ແລັ​ສ​ຕິນແລະ​ສະ​ຖາ​ນະ​ການ​ຕາ​ເວັນ​ອອກ​ກາງ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ໂດ​ຍ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ​ຮ່ວ​ມ​ແຮງ​ແກ້​ໄຂ​ບັນ​ຫາ​ປາແລັ​ສ​ຕິນ.

ທ່ານ ອູ​ໄຫ​ທ່າວ ກ່າວ​ວ່າ: ບັນ​ຫາ​ປາແລັ​ສ​ຕິນໄດ້​ສືບ​ເນື່ອງມາ​ເປັນ​ຫຼາຍ​ປີ​ແລ້ວ,ແມ່ນ​ໃຈ​ກາງ​ຂອງ​ບັນ​ຫາ​ຕາ​ເວັນ​ອອກ​ກາງ,ທັງແມ່ນ​ບັນ​ຫາ​ໂດຍ​ພື້ນ​ຖານ​ຂອງ​ພາກ​ພື້ນ. ຄວນ​ເດັດ​ດ່ຽວ​ຊຸກ​ຍູ້​ຂະ​ບວນ​ການ​ແກ້​ໄຂ​ບັນ​ຫາ​ດ້ວຍ​ຊ່ອງ​ທາງ​ການ​ເມືອງ​ບົນ​ພື້ນ​ຖານ "ແຜນ​ການ​ສ້າງສອງ​ປະ​ເທດ" ເຊິ່ງ​ເປັນ​ແຜນ​ການ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຕົວ​ຈິງ​ຂອງ​ພາກ​ພື້​ນ​ທີ່​ສຸດ​ທີ່ໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກ​ສາ​ກົນ​ຢ່າງກວ້າງ​ຂວາງ ແລະກໍ​ແມ່ນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ມະ​ຕິ​ທີ່​ກ່ຽວ​ຂ້ອງ​ຂອງ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ. ທ່ານ ອູ​ໄຫ​ທ່າວ ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ສານ​ງານ​ຄວາມ​ພະ​ຍາ​ຍາມ​ຂອງ​ປະ​ຊາ​ຄົມ​ໂລກ​ຕື່ມ​ອີກ,ເພີ່ມທະ​ວີ​ແລະຮ່ວມ​ແຮງ​ ​ຊຸກ​ຍູ້​ໃຫ້​ມີສັນ​ຕິ​ພາບ. ທ່ານກ່າວ​ວ່າ: ຈີນ​ສະ​ໜັບ​ສະ​ໜູນ​ຄວາມ​ພະ​ຍາ​ຍາມ​ຢ່າງ​ສຸດ​ຂີດ​ທີ່​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ສັນ​ຕິ​ພາບ​ລະ​ຫວ່າງ​ປາ​ແລັ​ສ​ຕິນ-ອິ​ສ​ຣາ​ແອນ ແລະ​ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ "​ແຜນ​ການ​ສ້າງສອງ​ປະ​ເທດ", ຈະ​ຍຶດ​ຖື​ " 4 ຈຸດ​ຢືນ "ໃນ​ການ​ຊຸກ​ຍູ້​ການ​ແກ້​ໄຂ​ບັນ​ຫາ​ປາ​ແລັ​ສ​ຕິນ​ເປັນສິ່ງ​ອ້າງ​ອີງ,ສືບ​ຕໍ່​ຮ່ວມ​ກັບ​ບັນ​ດາ​ຝ່າຍ​ເພີ່ມ​ຄວາມ​ພະ​ຍາ​ຍາມ ເພື່ອ​ຊຸກ​ຍູ້​ຂະ​ບວນ​ການ​ແກ້​ໄຂ​ບັນ​ຫາ​ປາ​ແລັ​ສ​ຕິນ​ໂດຍ​ຜ່ານ​ຊ່ອງ​ທາງ​ການ​ເມືອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ