ສານອວຍພອນກອງປະຊຸມໃຫຍ່ ຄັ້ງທີ XIX ຂອງພັກ ກອມມູນິດຈີນ ຈາກຄະນະບໍລິຫານງານ ສູນກາງພັກ ປປ ລາວ
2017-10-19 10:26:34  cri 
ເນື່ອງ​ໃນ​ໂອກາດພັກ​ກອມ​ມູນິດຈີນ ດຳ​ເນີນ​ກອງ​ປະ​ຊຸ​ມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ ຄັ້ງ​ທີ XIX,​ ​ເຊິ່ງ​ໄຂ​ຂຶ້ນທີ່​ນະຄອນຫລວງ ປັກ​ກິ່ງ ​ໃນ​ວັນ​ທີ 18 ຕຸລາ 2017, ​​ໃນ​ນາມຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນປະຕິວັດ​ລາວ​ ສະມາ​ຊິກ​ພັກ ​ແລະ ປະຊາຊົນລາວ​ບັນດາ​ເຜົ່າ,​ ພວກ​ຂ້າພະ​ເຈົ້າຂໍ​ສົ່ງຄວາມ​ຊົ​ມ​ເຊີຍອັນ​ອົບ​ອຸ່ນ​,​ ພອນ​ໄຊ​ອັນ​ປະ​ເສີດ ​ແລະ  ອາລົມຈິດ​ແຫ່​ງຄວາມ​ສາມັກ​ຄີ​ຮັກ​ແພງ ອັນ​ສະໜິດສະໜົມຖານ​ສະຫາຍ​ອ້າຍ​ນ້ອງ ​ມາ​ຍັງ​ຄະນະ​ບໍລິຫານງານ​ສູນ​ກາງ​ພັກ​ກອມ​ມູນ​ນິດ​ຈີນ,​ ບັນດາ​ຜູ້​ແທນ​ກອງ​ປະ​ຊຸມ​ໃຫຍ່ ​ແລະ ຜ່ານ​ກອງ​ປະ​ຊຸມ​ໃຫຍ່​ໄປ​ຍັງ​ສະມາຊິກ​ພັກ​ກອມ​ມູນິດ​ຈີນ ​ແລະ ປະຊາ ຊົນ​ຈີນ​ອ້າຍ​ນ້ອງທຸກ​ຖ້ວນໜ້າ.

ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​​ທົ່ວ​ປະ​ເທດ ຄັ້ງທີ XIX ຂອງ​ພັກ​ກອມ​ມູນິ​ດຈີນ ​ແມ່ນ​ເຫດ​ການ​ການ ເມືອງ​ທີ່​ມີ​ຄວາມໝາຍສຳຄັນ​ຍິ່ງ​ ໃນ​ຊີວິດ​ການ​ເມືອງ​ຂອງພັກ​ກອມ​ມູນິດຈີນ, ​ເຊິ່ງ​ໄດ້​ໄຂ​ຂຶ້ນ​ໃນ​ໄລຍະ​ສຳ ຄັນ​ຂອງການ​ກຳນົດ​ຍຸດທະ​ສາດ ​ແລະ ວາງ​ນະ​ໂຍບາຍ​ເພື່ອບັນ​ລຸ​ ການ​ສ້າງ​ສັງຄົມອັນ​ອິ່ມໜ່ຳສຳລານ​ຮອບດ້ານ ​ແລະ ຄວາມ​​ຝັນຂອງ​ຈີນ ​ໃນ​ການ​ຟື້ນຟູ​ຄວາມ​ຮຸ່ງ​ເຮືອງ​ສີວິ​ໄລ ​ຂອງ​ເຊື້ອຊາດ​ຈີນ ​ໃນ​ກາງ​ສັດຕະວັ​ດທີ 21 ​ໃຫ້​ປາ​ກົດຜົນ​ເປັນ​ຈິງ​ຢ່າງ​ມີ​ໄຊ.
 
ພວກ​ຂ້າ​ພະ​ເຈົ້າ​ ມີ​ຄວາມ​ພາກພູມ​ໃຈ​ເປັນ​ຢ່າງ​ຍິ່ງ​ທີ່​ເຫັນ​ວ່າ ​ຕະຫລອ​ດ​ໄລຍະ 90 ກວ່າປີ ​ແຫ່ງ​ການ​ກຳ​​ເນີ​ດ​ເຕີບ​ໃຫຍ່​ຂອງຕົນ, ພັກ​ກອມ​ມູນິດຈີນ ມີ​ບົດບາດນຳ​ພາ​ອັນ​ເຂັ້ມ​ແຂງ ​ແລະ ​ເຕັມ​ໄປ​ດ້ວຍ​ການ​ປະດິດ​ສ້າງ ສ້າງ​ບັນດາ​ບາດ​ລ້ຽວອັນ​ສຳຄັນ ​ໃນ​ປະຫວັດ​ສາດ​ຈີນ ​ເຊັ່ນ,​ ນຳພາ​ສະຖາປະນາ ສປ ຈີນ ​ໃນ​ປີ 1949, ​ດຳ​ເນີນການ​ປະຕິ​ຮູບ​ເປີດ​ປະຕູ​ສູ່​ພາຍ​ນ​ອກ ​ແຕ່​ປີ 1978 ​ເຊິ່ງຕິດ​ພັນ​ກັບ​ການ​ສ້າງ​​ສັງ​ຄົ​ມນິຍົມ ຕາມ​ສີສັນ​ພິ​ເສ​ດຂອງ​ຈີນ ອັນ​​ໄດ້​ເ​ຮັດ​ໃຫ້ ສປ ຈີນ​ ມີ​ການ​ພັດທະນາ​ອັນ​ວ່ອງ​ໄວ, ​ເຂັ້ມ​ແຂງ ​ແລະ ຮອບ​ດ້ານ​ສະ​ເພາະ​ໃນ​ໄລຍະ 5 ປີ​ແຫ່ງ​ການ​ຈັດ​ຕັ້ງ​ປະຕິບັດມະຕິ​ກ​ອງປະ​ຊຸມ​ໃຫຍ່​ຄັ້ງ​ທີ XVIII ຂອງ​ພັກ​ກອມ​ມູນິດ​ຈີນ ທີ່​ຖື​ເອົາ​ສະຫາຍ ສີ​ຈີ​ນຜິ​ງ ​ເປັນ​ແກນ​ກາງ​ນັ້ນ, ປະຊາ​ຊົນຈີນ​ອ້າ​ຍນ້ອງ ສືບ​ຕໍ່​ຍາດ​ໄດ້ຜົນ​ສຳ​ເລັດ ​ທີ່​ມີ​ຄວາມ​ສຳຄັນ​ໃຫຍ່​ຫລວງ ​ແລະ ຮອບດ້ານ ​ໃນ​ພາລະກິດ​ແຫ່ງ​ການ​ປົກ​ປັກ​ຮັກ​ສາ ​ແລະ ສ້າງ​ສາ​ພັດທະນາ ສາທາລະນະ​ລັດ ປະຊາ​ຊົນຈີນ. ພວກ​ຂ້າພະ​ເຈົ້າ​ຕີ​ລາຄາ​ສູງຕໍ່​ແນວ​ທາ​ງ ການ​ປະຕິ​ຮູບ ​ແລະ ນະ​​ໂຍບາຍ​ການ​ພັດທະນາ​ຂອງ​ສະຫາຍ ສີ​ຈິ​ນຜິ​ງ ​ເຊິ່ງ​ໄດ້​ມີ​ແບບ​ແຜນການ​ນຳພາ​ ຢ່າງ​ກວມ​ລວມ​ແລະ ຮອບ​ດ້ານ ຕາ​ມ​ແນວ​ຄິດ​ໃໝ່, ຍຸດທະສາດໃໝ່ ​ແລະ ມາດ​ຕະການ​ໃໝ່ ພາຍ​ໃຕ້​ສະພາ​ບການ​ໃໝ່ ​ແຫ່ງ​ການ​ພັດທະນາ​​ຢ່າງ​ໜັກ​ແໜ້ນ,​ ​ແນ​ໃສ່​ຊຸກຍູ້​ການ​ດຳ​ເນີນການ​ພັດທະນາ 5 ປະການ​ ໃນໜຶ່ງດຽວ, ຍຸດ​ທະ​ສາດ 4 ຮອບ​ດ້ານ ​ແລະ ​ເປົ້າໝາຍສູ່ຊົນ​ 100 ປີ 2 ​ເຫດ​ການ ດ້ວຍ​ບາດ​ກ້າວທີ່​ໜັກ​ແໜ້ນ.

ພວກ​ຂ້າພະ​ເຈົ້າ​ເຊຶ່ອໝັ້ນວ່າ ພາຍ​ໃຕ້​ແສງ​ສະ​ຫ່ວາງ​ ມະ​ຕິກ​ອງປະຊຸມ​ໃຫຍ່ຄັ້ງທີ XIX,​ ພັກກອມມູນິດຈີນ,​ ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ຈະສາມາດຍາດໄດ້ໄຊຊະນະໃໝ່,​ ຮອບດ້ານ ແລະ ຍິ່ງໃຫຍ່ກ່ວາເກົ່າ ບົນເສັ້ນທາງແຫ່ງການສ້າງສັງຄົມນິຍົມ ທີ່ມີສີສັນພິເສດ ຂອງຈີນ, ບັນລຸບັນດາເປົ້າໝາຍຍຸດທະສາດ ແລະ ພາລະກິດປະຫວັດສາດຂອງພັກກອມມູນິດ ຈີນທີ່ມີກຽດສະຫງ່າຢ່າງມີໄຊ.
ພັກປະຊາຊົນປະຕິວັດລາວ,​ ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າສຸດທີ່ຖະນຸ ຖະໜອມ ສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອອັນດີງາມ ລາວ-ຈີນ ແລະ ພ້ອມທີ່ຈະຮ່ວມກັບ ພັກກອມມູນິດຈີນ,​ ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ສືບຕໍ່ເຮັດສຸດຄວາມສາມາດ ຂອງຕົນ ໃນການປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນ ແບບຄູ່ຮ່ວມຍຸຸດທະສາດ ຮອບດ້ານ ໝັ້ນຄົງຍາວນານແລະຄວາມໄວ້ເນື້ອເຊື່ອໃຈກັນ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໃຫ້ນັບມື້ນັບແໜ້ນແຟ້ນເລິກເຊິ່ງກວ່າເກົ່າ ເພື່ອນຳເອົາຜົນປະ ໂຫຍດຕົວຈິງມາສູ່ປະຊາຊົນສອງຊາດລາວ-ຈີນ ແລະ ທັງເປັນການປະກອບສ່ວນເຂົ້າ ໃນພາລະກິດສັນຕິພາບ ແລະ ການຮ່ວມມືພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ.

ຂໍອວຍພອນໃຫ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIX ຂອງພັກກອມມູນິດຈີນ ທີ່ມີກຽດສະຫງ່າ ຈົ່ງປະສົບຜົນສຳເລັດຢ່າງຈົບງາມ.

ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືແບບຄູ່ຮ່ວມ ຍຸດທະສາດຮອບດ້ານໝັ້ນຄົງ ຍາວນານ ຕາມທິດ 4 ດີ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ຈົ່ງໄດ້ຮັບການ ເພີ່ມພູນຄູນສ້າງ ແລະ ແຕກດອກອອກຜົນ ຢ່າງບໍ່ຢຸດຢັ້ງ.
                                                                     ດ້ວຍຄວາມນັບຖືຖານສະຫາຍ
                                                             ນະຄອນຫລວງວຽງຈັນ, ວັນທີ 18 ຕຸລາ 2017
                                                         ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ