ສື່ມວນ​ຊົນ​ຫວຽດ​ນາມ​ລາຍ​ງານ​ຂ່າວກອງ​ປະ​ຊຸມ​ໃຫຍ່​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19
2017-10-19 16:33:51  cri 
    ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 18 ຕຸ​ລານີ້. ສື່ມວນ​ຊົນ​ຫວຽດ​ນາມ​ໄດ້​ສົນ​ໃຈ​ນຳ​ກອງ​ປ​ະ​ຊຸມ​ຄັ້ງ​ນີ້​ຢ່າງຫຼວງຫຼາຍ, ​ພ້ອມ​ທັງໄດ້​ຕີ​ລາ​ຄາ​ສູງ​ຕໍ່​ຜົນ​ງານ​ດ້ານ​ການ​ພັດ​ທະ​ນາ​ທີ່​ຈີນ​ໄດ້​ຮັບ​ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 18 ເປັນ​ຕົ້ນ​ມາ, ເຫັນ​ວ່າ ກອງ​ປະ​ຊຸມ​ໃຫຍ່​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ມີ​ຄວາມ​ໝາຍ​ພິ​ເສດ ໂດຍ​ຈະ​ຊີ້​ທິດ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ຈີນ.

    ວັນ​ທີ 17 ຕຸ​ລານີ້, ເວັບ​ໄຊ​ຫວຽດ​ນາມ​ເອັກ​ແປຼ​ສ໌ ໄດ້​ພິມ​ບົດ​ຄວາມ​ທີ່​ມີ​ຫົວ​ຂໍ້​ວ່າ "ຄວາມ​ສຳ​ຄັນ​ຂອງກອງ​ປະ​ຊຸມ​ໃຫຍ່​ພັກ​ກອ​ມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ແລະ​ອະ​ນາ​ຄົດ​ຂອງ​ຈີນ" ໂດຍ​ຊີ້​ອອກວ່າ, ໃນ 5 ປີ​ຜ່ານ​ມາ, ຈີນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ອັນ​ໃຫຍ່ຫຼວງ​ໃນ​ການ​ຕ້ານ​ການ​ສໍ້​ລາດ​ບັງຫຼວງ, ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີຂຶ້ນ​, ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ປະ​ເທດ, ຍົກ​ສູງ​ພາບ​ພົດ​ໃນ​ເວ​ທີ​ສາ​ກົນ ແລະ​ດ້ານ​ອື່ນໆ.

    ວັນ​ທີ 17 ຕຸ​ລານີ້, ເວັບ​ໄຊ​ທາງ​ການ​ຂອງ​ຂ່າວ​ສານ​ຫວຽດ​ນາມ ໄດ້​ພິມ​ບົດ​ຄວາມ​​ທີ່​ໃສ່​ຫົວ​ຂໍ້​ວ່າ "ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19: ຊີ້​ທິດ​ຂະ​ຫຍາຍ​ຂອງ​ຈີນ​ໃນ​ອະ​ນ​າ​ຄົດ" ໂດຍ​ຂຽນ​ວ່າ, ອັດ​ຕາ​ການ​ປະ​ກອບ​ສ່ວນ​ຂອງ​ຈີນ​ທີ່​ມີ​ຕໍ່​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດຢັ້ງ ເຊິ່ງ​ພວມ​ປ່ຽນ​ແປງ​ສະ​ຖາ​ນະ​ການ​ເສດ​ຖະ​ກິດ​ໂລກ​ເປັນ​ກ້າວໆ.

   ເວັບ​ໄຊ​ຂອງ​ໜັງ​ສື​ພິມ​ຊາວ​ໜຸ່ມ​ຫວຽດ​ນາມ ຍົກ​ໃຫ້​ເຫັນ​ວ່າ: ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 18 ເປັນ​ຕົ້ນ​ມາ, ການ​ຕໍ່​ສູ້​ຕ້ານ​ການ​ສໍ້​ລາດ​ບັງຫຼວງ "ຕີ​ເສືອ​ຕົບ​ແມງວັນ" ໃນ​ທົ່ວ​ປະ​ເທດ​ທີ່​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສີ​ຈິ້ນ​ຜິງ ​ເປັນ​ຜູ້ກໍ່​ຕັ້ງຂຶ້ນນັ້ນ ໄດ້​ຮັບ​ຜົນ​ງານ​ຢ່າງ​ພົ້ນ​ເດັ່ນ, ທ່ານຍັງ​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່ມ​ຕ່າງໆ ເຊັ່ນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ເປັນ​ຕົ້ນ ແລະ​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ ໂດຍ​ໄດ້​ຍົກ​ສູງ​ຖາ​ນະ​​ບົດ​ບາດຂອງ​ຈີນ​ໃນ​ເວ​ທີ​ສາ​ກົນ​ຂຶ້ນ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ